ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 2 ໂມງຂອງວັນທີ 27 ມີນາ (ຕາມເວລາ UTC), ທົ່ວໂລກມີຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ແມ່ນ 126.683.142 ຄົນ, ໃນນັ້ນມີຜູ້ເສຍຊີວິດ 2.778.889 ຄົນ. 

ວັນທີ 27 ມີນາ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ນັບແຕ່ເວລາ 18 ໂມງຂອງວັນທີ 26 ມີນາ ຫາ ເວລາ 6 ໂມງ ຂອງວັນທີ 27 ມີນາ, ຫວຽດນາມ ບໍ່ພົບກໍລະນີ ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ. ປັດຈຸບັນ, ຫວຽດນາມ ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 2.265 ຄົນ ໃນຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 2.586 ຄົນ, ມີຜູ້ເສຍຊີວິດ 35 ຄົນ.

        ໃນເຫດການທີ່ກ່ຽວຂ້ອງ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 2 ໂມງຂອງວັນທີ 27 ມີນາ (ຕາມເວລາ UTC), ທົ່ວໂລກມີຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ແມ່ນ 126.683.142 ຄົນ, ໃນນັ້ນມີຜູ້ເສຍຊີວິດ 2.778.889 ຄົນ. ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດດ້ວຍຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 30.853.032 ຄົນ, ໃນນັ້ນມີ ຜູ້ເສຍຊີວິດ 531.142 ຄົນ. ຖັດຈາກອາເມລິກາ ແມ່ນ ບຣາຊິນ, ອິນເດຍ, ລັດເຊຍ, ຝລັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ