ສ​ະ​ພາ​ບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 30 ພຶດສະພາ (ຕາມເວລາ UTC) ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມທັງໝົດ 170,5 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 3,5 ລ້ານຄົນ .
ສ​ະ​ພາ​ບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ພາບປະກອບ: TTXVN

ຕາມກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ນັບແຕ່ເວລາ 18 ໂມງຂອງວັນທີ 29 ພຶດສະພາ ຫາເວລາ 12 ໂມງຂອງວັນທີ 30 ພຶດສະພາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 108 ຄົນ, ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 54 ຄົນ, ອັນໄດ້ຍົກຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິຢູ່ ຫວຽດນາມ ທັງໝົດແມ່ນ 2950 ຄົນ.

ສ່ວນຢູ່ໃນໂລກ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 30 ພຶດສະພາ (ຕາມເວລາ UTC) ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມທັງໝົດ 170,5 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 3,5 ລ້ານຄົນ .

ປະເທດຖືກຮັບຜົນກະທົບຢ່າງຮ້າຍແຮງທີ່ສຸດ ຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມທັງໝົດ ກ່ວາ 34 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 608.000 ຄົນ. ຖັດຈາກນັ້ນ ແມ່ນ ອິນເດຍ ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 28 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 320.000 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ