ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ໂລກ

(VOVWORLD) -ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 16 ກັນຍາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 227 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 4.67 ລ້ານຄົນ.

ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ໂລກ - ảnh 1ນັກຮຽນຢູ່ ອາເມລິກາ (ພາບ: THX/ TTXVN)

ໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ ຕື່ມອີກ 561.501 ຄົນ ແລະ 10.144  ຄົນເສຍຊີວິດ. ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19 ດ້ວຍຈຳນວນຜູ້ຕິດເຊື້ອໃໝ່ກ່ວາ 164.000 ຄົນ ແລະ ຜູ້ເສຍຊີວິດຫຼາຍກ່ວາ 2,2 ລ້ານຄົນ. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ, ເມື່ອເລີ່ມຕົ້ນສົກຮຽນໃໝ່, ຈຳນວນເດັກນ້ອຍຕິດເຊື້ອພະຍາດໂຄວິດ - 19 ກໍ່ເພີ່ມຂຶ້ນ. ຕາມວົງການນັກຊ່ຽວຊານແລ້ວ, ຈຳນວນເດັກນ້ອຍຕິດເຊື້ອພະຍາດໂຄວິດ - 19 ຢູ່ ອາເມລິກາ ເພີ່ມຂຶ້ນສູງ ຍ້ອນວ່າ ມີໂຮງຮຽນຫຼາຍແຫ່ງບໍ່ບັງຄັບຮັກຮຽນໃສ່ຜ້າອັດປາກ - ອັດດັງ, ໃນຂະນະທີ່ອັດຕາສັກວັກຊິນກັນໂຄວິດ - 19 ໃຫ້ແກ່ຊາວໜຸ່ມໃນເກນອາຍຸແຕ່ 12 – 17 ປີຕ່ຳກ່ວາ ເມື່ອທຽບໃສ່ກັບບັນດາຜູ້ທີ່ມີອາຍຸກສູງກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ