ສ​ະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ໂລກ

(VOVWORLD) -ຢູ່ເອີລົບ, ໂລກລະບາດສືບຕໍ່ເພີ່ມຂຶ້ນຢ່າງແຮງ. ອັງກິດໄດ້ຢັ້ງຢືນຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 46.169 ຄົນ ເຊິ່ງສູງທີ່ສຸດໃນທະວີບ, ຖັດຈາກນັ້ນແມ່ນ ແອັດສະປາຍ, ລັດເຊຍ, ອີຕາລີ ແລະ ເຢຍລະມັນ…
ສ​ະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ໂລກ - ảnh 1ພາບປະກອບ: AP

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງຕອນເຊົ້າວັນທີ 12 ມັງກອນ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 91,3 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 1,95 ລ້ານຄົນ. ປັດຈຸບັນ, ອາເມລິກາມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດຂຶ້ນເຖິງ 23,11 ລ້ານຄົນ, ເຊິ່ງເປັນຈຳນວນສູງທີ່ສຸດໃນໂລກ ແລະ ມີຜູ້ເສຍຊີວິດ 385.042 ຄົນ.

ຢູ່ເອີລົບ, ໂລກລະບາດສືບຕໍ່ເພີ່ມຂຶ້ນຢ່າງແຮງ. ອັງກິດໄດ້ຢັ້ງຢືນຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 46.169 ຄົນ ເຊິ່ງສູງທີ່ສຸດໃນທະວີບ, ຖັດຈາກນັ້ນແມ່ນ ແອັດສະປາຍ, ລັດເຊຍ, ອີຕາລີ ແລະ ເຢຍລະມັນ…

ຢູ່ ອາບຟຼິກກາໃຕ້, ບຣາຊິນໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ ຫາຍກ່ວາ 28.000 ຄົນ ອັນໄດ້ຍົກຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ປະເທດນີ້ຂຶ້ນເຖິງ ຫຼາຍກ່ວາ 8,13 ລ້ານຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ