ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ໂລກ

(VOVWORLD) -ປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຍັງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ເສຍຊີວິດ ແມ່ນ 466.865 ຄົນ ໃນຈຳນວນຜູ້ຕິດເຊື້ອພະຍາດ ໂຄວິດ - 19 27.268.387 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ໂລກ - ảnh 1ພາບປະກອບ: TTXVN

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 5 ກຸມພາ (ຕາມເວລາ UTC), ທົ່ວໂລກໄດ້ຮັບຮູ້ມີຜູ້ຕິດເຊື້ອພະຍາດໂຄວິດ - 19 105 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ປະມານ 2,3 ລ້ານຄົນ.

ປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຍັງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ເສຍຊີວິດ ແມ່ນ 466.865 ຄົນ ໃນຈຳນວນຜູ້ຕິດເຊື້ອພະຍາດ ໂຄວິດ - 19 27.268.387 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ໂລກລະບາດໂຄວິດ - 19 ພວມກໍ່ຜົນຮ້າຍຢ້ອນຫຼັງຢ່າງຮ້າຍແຮງ ຕໍ່ວຽກງານປິ່ນປົວໂລກມະເຮັງ ຢູ່ເອີລົບ, ໃນຂະນະທີ່ ບັນດາການບໍລິການສະຫງວນໃຫ້ແກ່ຄົນເຈັບທີ່ເປັນພະຍາດດັ່ງກ່າວ ພວມຖືກຂາດວັກຂາດຕອນ ປະມານ 35% ຢູ່ບັນດາປະເທດໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ