(vovworld) – ວັນທີ 24/6, ສະພາປົກຄອງ ອີຣານ ໃຫ້ສັດຕະຍາບັນກົດໝາຍວ່າດ້ວຍການຮັກສາສິດນິວເຄຼຍ, ການກະທຳດັ່ງກ່າວຈະເປັນການກີດຂວາງໃຫ້ບັນດາການເຈລະຈາໃນປະຈຸບັນລະຫວ່າງ ເຕເຮຣານ ແລະ ບັນດາປະເທດມະຫາອຳນາດໂລກ ເພື່ອແນໃສ່ບັນລຸໄດ້ຂໍ້ຕົກລົງສຸດທ້າຍກ່ອນເວລາກຳນົດໃນວັນທີ 30/6. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ໂຄສົກສະພາປົກຄ້ອງອີຣານ Nejatollah Ebrahimian ໃຫ້ຮູ້ວ່າ: ກົດໝາຍດັ່ງກ່າວໄດ້ຍົກອອກມາເພື່ອປຶກສາຫາລືໂດຍບັງເອີນແລ້ວ ແລະ ໄດ້ຮັບການໃຫ້ສັດຕະຍາບັນຈາກບັນດາສະມາຊິກຂອງສະພານີ້. ທ່ານ Ebrahimian ກໍຢືນຢັນວ່າ: ກົດໝາຍນີ້ບໍ່ຜິດກັບບັນດາຂໍ້ມາດຕາຂອງລັດຖະທຳມະນູນ.
ຕາມລັດຖະທຳມະນູນ ອີຣານ ແລ້ວ, ດ້ວຍ 12 ສະມາຊິກໃນນັ້ນມີນັກຊ່ຽວຊານນິຕິກຳ 6 ຄົນ ແລະ ທະນາຍຄວາມອິດສະລາມ 6 ຄົນ, ສະພາປົກຄອງ ມີໜ້າທີ່ກວກກາຄືນບັນດາຜູ້ອອກຮັບສະໝັກເລືອກຕັ້ງທີ່ບັນດາການເລືອກຕັ້ງສະພາແຫ່ງຊາດ ແລະ ປະທານາທິບໍດີ, ຕິດຕາມກວດກາບັນດາການເລືອກຕັ້ງນີ້ກໍຄືພິຈາລະນາ ແລະ ໃຫ້ສັດຕະຍາບັນບັນດາຮ່າງກົດໝາຍທີ່ໄດ້ຮັບການຮັບເອົາຢູ່ສະພາແຫ່ງຊາດ ເພື່ອແນໃສ່ຮັບປະກັນເໝາະສົມກັບບັນດາຫຼັກການຂອງສາສະໜາມຸດສະລິມ.