ສະ​ພາ​ປະ​ຊາ​ຊົນ​ສູງ​ສຸດ ສ​ປ​ປ.ເກົາຫຼີ​ ຈັດ​ກອງ​ປະ​ຊຸມ​ຄົບ​ຄະ​ນະ

(VOVWORLD) -ສື່ມວນຊົນທາງລັດ ສປປ.ເກົາຫຼີ ຫາກໍ່ລົງຂ່າວວ່າ ສະພາປະຊາຊົນສູງສຸດໝາຍເຖິງສະພາແຫ່ງຊາດ ຂອງປະເທດນີ້ ໄດ້ຈັດກອງປະຊຸມຄົບຄະນະສຳຄັນໃນວັນທີ 12 ເມສາ.
ສະ​ພາ​ປະ​ຊາ​ຊົນ​ສູງ​ສຸດ ສ​ປ​ປ.ເກົາຫຼີ​ ຈັດ​ກອງ​ປະ​ຊຸມ​ຄົບ​ຄະ​ນະ - ảnh 1

ກອງປະຊຸມສະພາປະຊາຊົນສູງສຸດ ສປປ.ເກົາຫຼີຊຸດທີ XIV ຢູ່ພຽງຢາງໃນວັນທີ 30 ສິງຫາ 2019 (ພາບ: AFP/TTXVN)

ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໃຫ້ຮູ້ວ່າ ກອງປະຊຸມປຶກສາຫາລືບັນດາບັນຫາງົບປະມານກໍ່ຄືການເລືອກເອົາບັນດາສະມາຊິກໃໝ່ຂອງສະພາປະຊາຊົນສູງສຸດຂອງ ສປປ.ເກົາຫຼີ. ຕາມນັ້ນແລ້ວ, ທ່ານ Ri Son-Gown ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ Kim Jong-ho ລັດຖະມົນຕີຄວາມໝັ້ນຄົງປະຊາຊົນ ແລະ ທ່ານ Kim Jong-gwan ລັດຖະມົນຕີບັນດາກຳລັງປະກອບອາວຸດ ກໍໄດ້ຮັບການແຕ່ງຕັ້ງເປັນສະມາຊິກຂອງຄະນະລັດຖະບານ.

ກ່ອນໜ້ານັ້ນ, ການນຳ Kim- Jong – un ໄດ້ເປັນປະທານກອງປະຊຸມກົມການເມືອງຂອງພັກແຮງງານ ສປປ.ເກົາຫຼີ ເພື່ອປຶກສາຫາລືກ່ຽວກັບບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຂອງປະເທດນີ້ ກໍ່ຄືເລືອກເອົາທ່ານນາງ Kim Yo-jong ເປັນກຳມະການສຳຮອງຂອງກົມການເມືອງ.

ຕອບກັບ

ຂ່າວ/ບົດ​ອື່ນ