ສະພາລັດຖະທຳມະນູນ ກຳປູເຈຍ ຮັກສາໝາກຜົນການເລືອກຕັ້ງ
Manh Hiep, VOV ປະຈຳ ກຳປູເຈຍ -  
ສະພາລັດຖະທຳມະນູນກຳປູເຈຍ ມີສະມາຊິກ 9 ທ່ານ
(vovworld) – ຕອນບ່າຍວັນທີ 31/8, ສະພາລັດຖະທຳມະນູນກຳປູເຈຍ ໄດ້ຕັດສິນຮັກສາຂໍ້ຕົກລົງຂອງກຳມາທິການເລືອກຕັ້ງແຫ່ງຊາດ ກຳປູເຈຍ ກ່ຽວກັບການແກ້ໄຂບັນດາຄຳຟ້ອງຮ້ອງທີ່ກ່ຽວຂ້ອງເຖິງໝາກຜົນຂອງການເລືອກຕັ້ງສະພາແຫ່ງຊາດ ກຳປູເຈຍ ຊຸດທີ 5 ເມື່ອວັນທີ 28/7 ຜ່ານມາ. ຄຳຕັດສິນຂອງສະພາລັດຖະທຳມະນູນ ກຳປູເຈຍ ເນັ້ນໜັກວ່າ: ເຖິງວ່າມີບັນດາບັນຫາດ້ານເຕັກນິກກໍ່ຕາມ ແຕ່ບັນດາບັນຫານີ້ບໍ່ສົ່ງຜົນສະທ້ອນເຖິງໝາກຜົນເບື້ອງຕົ້ນເຊິ່ງກຳມາທິການເລືອກຕັ້ງໄດ້ປະກາດເມື່ອວັນທີ 12/8. ສະພາລັດຖະທຳມະນູນ ກໍ່ອອກຄຳສັ່ງໃຫ້ກຳມາທິການເລືອກຕັ້ງແຫ່ງຊາດ ມີມາດຕະການແກ້ໄຂບັນດາພາລະກອນ ທີ່ມີການກະທຳຜິດໃນບັນຫາດັ່ງກ່າວ.
ແລະກໍ່ໃນວັນດຽວກັນ, ພັກປະຊາຊົນ ກຳປູເຈຍ (CPP) ອອກຖະແຫຼງການສະໜັບສະໜູນຄຳສັ່ງຂອງພະບາດສົມເດັດພະເຈົ້າມະຫາຊີວິດ Norodom Sihamoni ດ້ວຍເນື້ອໃນຮຽກຮ້ອງໃຫ້ບັນດາພັກການເມືອງ ຢູ່ ກຳປູເຈຍ ແກ້ໄຂທຸກໆບັນຫາຂອງປະເທດ ໂດຍອີງໃສ່ລັດຖະທຳມະນູນ, ດ້ວຍບົດບາດແກ້ໄຂຂອງບັນດາອົງການກ່ຽວຂ້ອງທີ່ໄດ້ຮັບການກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍທີ່ພວມປະກາດໃຊ້ໃນປະຈຸບັນ.
Manh Hiep, VOV ປະຈຳ ກຳປູເຈຍ