ສະພາສູງ ອາເມລິກາ ຮັບຮອງເອົາຮ່າງກົດໝາຍລົງໂທດ ລັດເຊຍ

(VOVWORLD) - ດ້ວຍຈຳນວນ 97 ບັດສະໜັບສະໜູນ ແລະ 2 ບັດຂາວ, ວັນທີ 14 ມິຖຸນາ, ສະພາສູງ ອາເມລິກາ ໄດ້ຮັບຮອງເອົາຮ່າງກົດໝາຍສະບັບໜຶ່ງທີ່ສະກັດກັ້ນທ່ານປະທານາທິບໍດີ Donald Trump ພຽງລຳພັງຝ່າຍດຽວ ເພື່ອຫລຸດຜ່ອນບັນດາຄຳສັ່ງລົງໂທດສຳລັບ ມົດສະກູ. 

ສະພາສູງ ອາເມລິກາ ຮັບຮອງເອົາຮ່າງກົດໝາຍລົງໂທດ ລັດເຊຍ - ảnh 1ຫົວໜ້າຝ່າຍສ່ວນໜ້ອຍໃນສະພາສູງ ອາເມລິກາ Chuck Schumer ໃນການປະຊຸມຂ່າວຢູ່ນະຄອນຫຼວງ ວໍຊິງຕັນ

(ພາບ: AFP/TTXVN)

ສິ່ງດັ່ງກ່າວໄດ້ກ່ຽວຂ້ອງເຖິງຄຳກ່າວຫາວ່າ ມົດສະກູ ໄດ້ແຊກແຊງເຂົ້າການເລືອກຕັ້ງປະທານາທິບໍດີ ອາເມລິກາ ໃນປີ 2016. ລະອຽດຄື, ຮ່າງກົດໝາຍຈະຈັດວາງບັນດາມາດຕະການລົງໂທດໃຫມ່ສຳລັບ ລັດເຊຍ ທີ່ກ່ຽວຂ້ອງເຖິງເລື່ອງສະໜອງອາວຸດໃຫ້ແກ່ລັດຖະບານ ຊີຣີ ແລະ ບັນດາຂໍ້ກ່າວຫາບຸກໂຈມຕີທາງເຄືອຂ່າຍອີນເຕີເນັດ. ບັນດາມາດຕະການລົງໂທດໃໝ່ກໍ່ຈັດວາງສຳລັບບັນດາຂະແໜງຂຸດຄົ້ນນ້ຳມັນບໍ່, ຫຼອມເຫຼັກ, ກ່ຳປັ່ນທະເລ ແລະ ທາງລົດໄຟຂອງລັດເຊຍ.

        ຮ່າງກົດໝາຍນີ້ໄດ້ຍົກອອກມາໃນສະພາບທີ່ຄວາມສົນໃຈຢູ່ ວໍຊິງຕັນ ສຸມໃສ່ເຂົ້າໃນການພົວພັນກັບ ລັດເຊຍ ແລະ ບັນດາການສືບສວນຂອງບັນດາກຳມາທິການສະພາແຫ່ງຊາດ ແລະ ກະຊວງຍຸຕິທຳ ອາເມລິກາ ພວມດຳເນີນເພື່ອແນໃສ່ກຳນົດວ່າ ລັດເຊຍ ໄດ້ກໍ່ຜົນສະທ້ອນເຖິງການເລືອກຕັ້ງປະທານາທິບໍດີ ອາເມລິກາ ໃນປີ 2016 ເພື່ອແນໃສ່ຊ່ວຍໃຫ້ທ່ານ Donald Trump ໄດ້ຮັບໄຊຊະນະຫຼືບໍ່. ມາຮອດປະຈຸບັນ, ຍາມໃດລັດເຊຍ ກໍ່ປະຕິເສດຂໍ້ກ່າວຫາແຊກແຊງເຂົ້າການເລືອກຕັ້ງຢູ່ ອາເມລິກາ, ຖືວ່ານີ້ແມ່ນບັນດາຂໍ້ກ່າວຫາທີ່ໄຮ້ເຫດຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ