ສະພາເອີລົບ ເປີດກ້ວາງການເຈລະຈາ FTA ກັບອາຊຽນ

ສະພາເອີລົບ ເປີດກ້ວາງການເຈລະຈາ FTA ກັບອາຊຽນ - ảnh 1
ພາບປະກອບ

(vovworld) – ສະພາ​ເອີ​ລົບ ຫາ​ກໍ່​ຮັບຮອງ​​ເອົາຂໍ້​ຕົກລົງ​ເປີດ​ກ້ວາງບັນດາ​ການ​ເຈລະຈາ​ກ່ຽວ​ກັບ​ການ​ຄ້າ​ເສລີ (FTA) ກັບ​ບັນດາ​ປະ​ເທດ​ ອາ​ຊຽນ.

    ​ໃນ​ຖະ​ແຫຼ​ງການ​ໄດ້​ຍົກ​ອອກ​ມາ​ພາຍຫຼັງ​ກອງ​ປະຊຸມ​ບັນດາ​ລັດຖະມົນຕີ​ການ​ຄ້າ​ສະຫະພາບ ​ເອີ​ລົບ, ສະພາ ​ເອີ​ລົບ ​ໃຫ້​ຮູ້​ວ່າ: ຂໍ້​ຕົກລົງ​ນີ້​ອະນຸຍາດ​ໃຫ້​ຄະນະ​ກຳມະການ ​ເອີ​ລົບ​ເປີດ​ການ​ເຈລະຈາ​ຄັ້ງ​ຕ່າງ​ທກ່ຽວ​ກັບ​ການ​ອາລັກຂາ​​ແກ່ການ​ລົງທຶນ​ກັບ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ, ກໍ່​ຄື​​ເປັນສ່ວນ​ໜຶ່ງ​ໃນ​ການ​ເຈລະຈາ​ກ່ຽວ​ກັບ​ການ​ຄ້າ​ເສລີ​ທີ່​ພວມ​ດຳ​ເນີນ​ໄປ. ສະຫະພາບ​ເອີ​ລົບ​ພວມ​ດຳ​ເນີນ​ການ​ເຈລະຈາ​ກັບ 4 ປະ​ເທດ​ສະມາຊິກອາ​ຊຽນຄື: ມາ​ເລ​ເຊຍ, ​ໄທ, ສິງ​ກາ​ໂປ ​ແລະ ຫວຽດນາມ.

    ປະຈຸ​ບັນ, ອາ​ຊຽນ ​ແມ່ນຄູ່​ຮ່ວມ​ມື​ການ​ຄ້າ​ລາຍ​ໃຫຍ່ ​ແລະ ມີ​ຄຸນ​ຄ່າ​ສຳລັບ​ສະຫະພາບ ​ເອີ​ລົບ. ​ໃນ 2 ປີຜ່ານມາ, ການ​ແລກປ່ຽນ​ການ​ຄ້າ​ລະ​ຫວ່າງ 2 ກຸ່ມ​ເພີ່ມ​ຂຶ້ນ 39,5%. ​ກ່ຽວ​ກັບ​ການ​ລົງທຶນ, ສະຫະພາບ​ເອີ​ລົບ ​ແມ່ນ​ນັກ​ລົງທຶນ​ໃຫຍ່​ສຸດ​ໃນ​ພາກ​ພື້ນ ອາ​ຊຽນ.

 

ຂ່າວ/ບົດ​ອື່ນ