ສະພາແຫ່ງຊາດ ກຳປູເຈຍ ປ່ອນບັດໄວ້ວາງໃຈສຳລັບທ່ານ Samdech Techo Hunsen ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ

(VOVWORLD) - ນອກຈາກນັ້ນ, ສະພາແຫ່ງຊາດ ກຳປູເຈຍ ກໍ່ໄດ້ປ່ອນບັດໄວ້ວາງໃຈໃຫ້ຄະນະລັດຖະບານ ລາຊະອານາຈັກ ໂດຍທ່ານນາຍົກລັດຖະມົນຕີ Samdech Hun Sen ສະເໜີ.
ສະພາແຫ່ງຊາດ ກຳປູເຈຍ ປ່ອນບັດໄວ້ວາງໃຈສຳລັບທ່ານ Samdech Techo Hunsen ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ - ảnh 1 ກອງປະຊຸມຂອງສະພາແຫ່ງຊາດ ກຳປູເຈຍ

ຕອນເຊົ້າວັນທີ 6 ກັນຍາ, ສະພາແຫ່ງຊາດ ກຳປູເຈຍ ຊຸດທີ 6 ໄດ້ປ່ອນບັດໄວ້ວາງໃຈສຳລັບທ່ານ Samdech Techo Hun Sen ສືບຕໍ່ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີແຫ່ງລາຊະອານາຈັກ ກຳປູເຈຍ ໃນເວລາ 5 ປີ (ແຕ່ປີ 2018 – 2023) ພາຍຫຼັງທີ່ພັກປະຊາຊົນ ກຳປູເຈຍ (CPP) ຂອງທ່ານຍາດໄດ້ໄຊຊະນະຢ່າງຂາດຂັ້ນໃນການປ່ອນບັດເລືອກຕັ້ງເມື່ອວັນທີ 29 ກໍລະກົດ ຜ່ານມາ. ນອກຈາກນັ້ນ, ສະພາແຫ່ງຊາດ ກຳປູເຈຍ ກໍ່ໄດ້ປ່ອນບັດໄວ້ວາງໃຈໃຫ້ຄະນະລັດຖະບານ ລາຊະອານາຈັກ ໂດຍທ່ານນາຍົກລັດຖະມົນຕີ Samdech Hun Sen ສະເໜີ. ຕາມນັ້ນແລ້ວ, ລັດຖະບານແຫ່ງລາຊະອານາຈັກ ກຳປູເຈຍ ຊຸດທີ 6 ນີ້ລວມມີ: ນາຍົກລັດຖະມົນຕີ Samdech Hun Sen ແລະ ຮອງນາຍົກລັດຖະມົນຕີ 10 ທ່ານ, ລັດຖະມົນຕີຂັ້ນສູງ 17 ທ່ານ ແລະ ລັດຖະມົນຕີ 29 ທ່ານ.

        ທີ່ວາລະປະຊຸມ, ສະມາຊິກສະພາແຫ່ງຊາດຊຸດໃໝ່ 125 ທ່ານໄດ້ເຫັນດີເປັນເອກະພາບເລືອກຕັ້ງທ່ານ Samdech Heng Samrin, ອະດີດປະທານສະພາແຫ່ງຊາດຊຸດທີ 5, ປະທານກິຕິມະສັກພັກ CPP ສືບຕໍ່ດຳລົງຕຳແໜ່ງເປັນປະທານສະພາແຫ່ງຊາດຊຸດທີ 6.

ຕອບກັບ

ຂ່າວ/ບົດ​ອື່ນ