ພາບປະກອບ google.com.vn
(vovworld) - ໂດຍສືບຕໍ່ກອງປະຊຸມສະໄມສາມັນເທື່ອທີ່ 4 ສະພາແຫ່ງຊາດ ຫວຽດນາມຊຸດທີ່ 13, ວັນທີ 16/11, ບັນດາ ສ.ສ.ຊ ສືບຕໍ່ປຶກສາຫາລືກ່ຽວກັບ ຮ່າງລັດຖະທຳມະນູນສະບັບປັບປຸງຂອງລັດຖະທຳມະນູນປີ 1992, ຮ່າງມະຕິກ່ຽວກັບການຮັບເອົາຄຳເຫັນປະກອບຂອງປະຊາຊົນກ່ຽວກັບ ຮ່າງລັດຖະທຳມະນູນສະບັບປັບປຸງຂອງລັດຖະທຳມະນູນປີ 1992. ບັນດາ ສ.ສ.ຊ ຍັງສຸມໃສ່ເຮັດໃຫ້ຈະແຈ້ງກ່ຽວກັບບັນຫາຕ່າງໆຄື : ສິດອຳນາດແຫ່ງລັດ; ບົດບາດຂອງພັກກອມມູນິດຫວຽດນາມ, ພາລະໜ້າທີ່ຂອງບັນດາອົງການສຳນັກງານໃນກົງຈັກລັດ; ທາດແທ້ຂອງບັນດາພາກສ່ວນເສດຖະກິດ. ຮ່າງລັດຖະທຳມະນູນສະບັບປັບປຸງສືບຕໍ່ຢືນຢັນວ່າ ພັກກອມມູນິດຫວຽດນາມແມ່ນພັກກຳອຳນາດຢູ່ຫວຽດນາມ ແລະ ມີພຽງແຕ່ພັກກອມມູນິດຫວຽດນາມພັກດຽວໄດ້ຮັບອະນຸຍາດເຄື່ອນໄຫວ. ພັກກອມມູນິດຫວຽດນາມແມ່ນຕົວແທນທີ່ຈົງຮັກພັກດີຂອງຊົນຊັ້ນກຳມະກອນ ຜູ້ອອກແຮງງານ ແລະ ຖືເອົາລັດທິມາກເລນິນ ແລະ ແນວຄິດໂຮ່ຈິມິນເປັນເຂັ້ມຊີ້ທິດໃຫ້ທຸກໆການເຄື່ອນໄຫວ. ກ່ຽວກັບສິດທິມະນຸດ ແລະ ສິດ ແລະ ພັນທະຂອງພົນລະເມືອງ, ທ່ານ Nguyen Bac Viet ສ.ສ.ຊ ແຂວງ ນິງຖ້ວນມີຄຳເຫັນດັ່ງນີ້ :
“ ກ່ຽວກັບສິດທິມະນຸດ, ຕາມຂ້າພະເຈົ້າແລ້ວ, ຍັງຄົງຕ້ອງປະຕິບັດຕາມແນວຄິດໂຮ່ຈິມິນ ຊຶ່ງໄດ້ສະແດງອອກຜ່ານຖະແຫຼງການປະກາດເອກະລາດຂອງເພິ່ນ. ນັ້ນແມ່ນທຸກໆຄົນເມື່ອໄດ້ກຳເນີດຂຶ້ນ, ໃຜໆກໍມີສິດມີຊີວິດເສລີ, ສິດສະເໝີພາບ, ຫວັງມີຄວາມຜາສຸກ. ແຕ່ໃນຮ່າງລັດຖະທຳມະນູນສະບັບປັບປຸງຄັ້ງນີ້ຍັງບໍ່ທັນຊີ້ແຈ້ງເຖິງຄວາມໝາຍ ພຽງແຕ່ເວົ້າເຖິງທຸກຄົນມີສິດມີຊີວິດ. ຕາມຂ້າພະເຈົ້າແລ້ວ, ຕ້ອງເວົ້າແຈ້ງວ່າ ນັ້ນແມ່ນສິດມີຊີວິດເສລີ, ສິດສະເໝີພາບ ແລະ ຜາສຸກ. ກ່ຽວກັບສິດພົນລະເມືອງ, ຄວນເວົ້າແຈ້ງວ່າ ພົນລະເມືອງມີສິດເຂົ້າຮ່ວມກໍ່ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ. ພົນລະເມືອງມີສິດຄຸ້ມຄອງລັດ ແລະ ສັງຄົມ, ເຂົ້າຮ່ວມການປຶກສາຫາລື ແລະ ນຳສະເໜີສຳລັບບັນດາຕຳແໜ່ງໂດຍສະພາແຫ່ງຊາດ, ສະພາປະຊາຊົນເລືອກຕັ້ງ ”
ລັດຖະທຳມະນູນສະບັບປັບປຸງ ຕ້ອງສືບຕໍ່ຢັ້ງຢືນວ່າສະພາແຫ່ງຊາດແມ່ນອົງການຕາງໜ້າສູງສຸດຂອງ ປະຊາຊົນ, ອົງການສິດອຳນາດສູງສຸດຂອງປະເທດ. ສະພາແຫ່ງຊາດປະຕິບັດສິດນິຕິບັນຍັດ ແລະ ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ ແລະ ແມ່ນອົງການຕິດຕາມກວດກາສູງສຸດສຳລັບການເຄື່ອນໄຫວຂອງລັດ. ເປັນຄັ້ງທຳອິດທີ່ອົງການກວດສອບໄດ້ຮັບການຮັບຮູ້ໃນລັດຖະທຳ ມະນູນ, ເພື່ອແນໃສ່ຊ່ວຍສະພາແຫ່ງຊາດປະຕິບັດການຕິດຕາມກວດກາດ້ານການເງິນ, ເງິນຕາ… ກ່ຽວກັບທາດແທ້ ແລະ ພາກສ່ວນເສດຖະກິດຂອງປະເທດຊາດ, ທ່ານ Dang Ngoc Tung, ສະມາຊິກສະພາແຫ່ງຊາດ ແຂວງດົ່ງນາຍ, ປະກອບຄຳເຫັນວ່າ:
”ກ່ຽວກັບຂັ້ນຂອງບັນດາພາກສ່ວນເສດຖະກິດໃນລັດຖະທຳມະນູນ, ຂ້າພະເຈົ້າຄິດວ່າ ບັນດາພາກສ່ວນເສດຖະກິດມີບົດບາດສຳຄັນ ແລະ ຍາວນານໃນພື້ນຖານເສດຖະກິດການຕະຫຼາດ ຕາມກຳນົດທິດສັງຄົມນິຍົມຂອງຫວຽດນາມ, ແມ່ນປັດໃຈທີ່ພັດທະນາໃນແຕ່ລະໄລຍະພັດທະນາເສດຖະກິດ ແລະ ມີການຫັນປ່ຽນສະຫຼັບສັບຊ້ອນເຊິ່ງກັນ ແລະ ກັນ. ດັ່ງນັ້ນ, ລັດຖະທຳມະນູນຕ້ອງສືບຕໍ່ຢັ້ງຢືນກົນໄກເສດຖະກິດຫຼາຍພາກສ່ວນ ແລະ ກຳນົດຫຼາຍພາກສ່ວນເສດຖະກິດທີ່ເຄື່ອນໄຫວຕາມກົດໝາຍ, ລ້ວນແຕ່ແມ່ນພາກສ່ວນສຳຄັນຂອງພື້ນຖານເສດຖະກິດ, ມີຄວາມສະເໝີພາບຕໍ່ກົດໝາຍ, ມີການຮ່ວມມື ແລະ ແກ່ງແຍ້ງຢ່າງໂປ່ງໄສ”.