ສະພາແຫ່ງຊາດ ຫວຽດນາມ ປຶກສາຫາລືກົດໝາຍວ່າດ້ວຍໄຟຟ້າ

(vovword)- ຕອນ​ເຊົ້າ​ວັນ​ທີ 20/6, ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື​ຢູ່​ຫໍ​ປະຊຸມ​ກ່ຽວ​ກັບ​ຮ່າງ​ກົດໝາຍສະບັບ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ໄຟຟ້າ. ຄຳ​ເຫັນ​ສ່ວນ​ຫລາຍ​ແມ່ນ​ເຫັນ​ພີ​ເຫັນ​ພ້ອມຕໍ່​ບັນຫາ​ຮັກສາ​ການວາງ​ແຜນ​ກຳນົດ​ພັດທະນາ​ໄຟຟ້າ​ແຫ່ງ​ຊາດ, ວາງ​ແຜນ​ກຳນົດ​ການ​ພັດທະນາ​ໄຟຟ້າ​ຢູ່ ແຂວງ, ນະຄອນ​ທີ່​ຂຶ້ນ​ກັບ​ສູນ​ກາງ, ​ຍົກ​ເລີກ​ການວາງ​ແຜນ​ກຳນົດ​ໄຟຟ້າ​ຂັ້ນ​ເມືອງ. ບາງ​ຄຳ​ເຫັນ​ເນັ້ນ​ຫນັກ​ວ່າ: ປະຈຸ​ບັນ ຍັງ​ມີ​ສິດ​ຜູກຂາດ. ຢູ່​ເຂດ​ຫ່າງ​ໄກ​ສອກ​ຫລີກ, ​ເຂດ​ທະ​ເລ ໝູ່​ເກາະ ​ແລະ ​ເຂດ​ຊາຍ​ແດນ ບໍ່​ທັນ​ມີຕາ​ຂ່າຍ​ໄຟຟ້າ​ແຫ່ງ​ຊາດ, ສະ​ນັ້ນ ລັດຖະບານ ​ແລະ ສູນ​ກາງ​ຄວນ​ຫນູນ​ຊ່ວຍບັນດາ​ເຂດ​ດັ່ງກ່າວ. ບາງ​ຄຳ​ເຫັນ​ກໍ​ສະ​ເຫ​ນີວ່າ: ສຳລັບ​ບັນດາ​ກິດຈະກຳ, ​ໂຄງການ​ລົງທຶນ​ໃຫມ່​ຂອງ​ຂະ​ແຫນງ​ໄຟຟ້າ ຕ້ອງ​ເລ​ືອກ​ເຟັ້ນ​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວຫນ້າ​ ມີ​ລະດັບ​ນຳ​ໃຊ້​ໄຟຟ້າ​ຕຳ່ ພ້ອມ​ທັງ​ປະລະ​ບັນດາ​ອຸປະກອນ​ເຕັກ​ໂນ​ໂລ​ຊີ​ເກົ່າ  ໃຊ້​ພະລັງງານໄຟຟ້າ​ຫລາຍ. ທ່ານ​ນາງ Hoang Thi To Nga, ສະມາຊິກ​ສະພາ​ແຫ່ງ​ຊາດ ​ແຂ​ວງ  Nam Dinh ມີ​ຄຳ​ເຫັນ​ວ່າ:

        “ຮ່າງ​ກົດໝາຍ​ຄວນ​ເພີ່ມ​ເຕີມ​ສິດ ​ແລະ ພັນທະ​ຂອງ​ລູກ​ຄ້າ​​​, ຫົວຫນ່ວຍ​ນຳ​ໃຊ້​ໄຟຟ້າໃຫ້​ຈະ​ແຈ້ງ ​ແລະ ມີ​ມາດ​ຕະການ​ປັບ​​ໄຫມ​ລົງ​ໂທດ​ຢ່າງ​ຈະ​​ແຈ້ງ ​ເພື່ອ​ຮັບປະກັນ​ຜົນ​ປະ​ໂຫຍ​ດລະຫວ່າງ​ສອງ​ຝ່າຍ​ຢ່າງ​ກົມ​ກຽວ. ຂ້າພະ​ເຈົ້າ​ສະ​ເຫ​ນີ ຄວນ​ລົງທຶນ​ໃຫ້​ແກ່​ຂະ​ແຫນງ​ອຸດສາຫະກຳ​ສຳຮອງ ​ໄຟຟ​້າ, ກົນ​ຈັກ ​ເພື່ອ​ໃຫ້​ອຸປະກອນ​ໄຟຟ້າ​ຜະລິດຢູ່ ພາຍ​ໃນປະ​ເທດ​, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຫລຸດຜ່ອນ​ລາຍ​ຈ່າຍ​ລົງທຶນ​ສົ້ນ​ເຂົ້າ ​ແລະ ມູນ​ຄ່າ​ຂອງ​ຜະລິດ​ຕະພັນ.

ສະພາແຫ່ງຊາດ ຫວຽດນາມ   ປຶກສາຫາລືກົດໝາຍວ່າດ້ວຍໄຟຟ້າ - ảnh 1
ສະພາແຫ່ງຊາດປຶກສາຫາລືກ່ຽວກັບກົດໝາຍໄຟຟ້າ

        ສ່ວນ​ທ່ານ Nguyen Thanh Phuong, ສະມາຊິກ​ສະພາ​ແຫ່ງ​ຊາດ ນະຄອນ ​ເກີນ​ເທີ ປະກອບ​ຄຳ​ເຫັນ​ວ່າ:

        “ຂ້າພະ​ເຈົ້າ​ສະ​ເຫ​ນີ ຕໍ່​ລັດ ຄວນ​ມີ​ນະ​ໂຍບາຍ​ຕັ້ງຫນ້າ​ກວ່າ​, ວ່ອງ​ໄວ ຫັນ​ຄ່າໄຟຟ້າ​ໄປສູ່​ກົນ​ໄກ​ຕະຫລາດ, ຄວນ​ເພີ່ມ​ເຕີມ​ບາງ​ຂໍ້​ກຳນົດ​ນະ​ໂຍບາຍ​ຫນູນ​ຊ່ວຍ​ເປັນ​ພິ​ເສດສະ​ເພາະ​ໃຫ້​ແກ່​ສ່ວນ​ບຸກຄົນ, ອົງການ​ລົງທຶນ​ຂຸດ​ຄົ້ນ​ແຫ​ລ່ງພະລັງງານ​ສ້າງ​ໄຟຟ້າ​ຄືນ​ໃຫມ່.”

ຕອນ​ບ່າຍ​ວັນ​ດຽວ​ກັນ, ສະພາ​ແຫ່ງ​ຊາດ​ດຳ​ເນີນ​ການ​ລົງ​ຄະ​ແນນ​ສຽງ​ຮັບຮອງ​ເອົາ  ກົດໝາຍ​ 5 ສະ​ບັບ ຄື: ກົດໝາ​ຍວ່າ​ດ້ວຍ​ລາ​ຄາ, ກົດໝາຍ​ວ່າ​ດ້ວຍ​ກຳ​ມະ​ບານ ສະບັບ​ປັບປຸງ, ກົດໝາຍ​ວ່າ​ດ້ວຍ​ຊັນ​ນະ​ສູດ, ກົດໝາຍ​ວ່າ​ດ້ວຍ​ການ​ເຜີຍ​ແຜ່, ສຶກສາ​ກົດໝາຍ ​ແລະ ກົດໝາຍ​ວ່າ​ດ້ວຍ​ການ​ປັບ​ໄໝ​ການ​ກະທຳ​ຜິດ​ທາງ​ດ້ານ​ບໍລິຫານ.

 

ຂ່າວ/ບົດ​ອື່ນ