ພິທີຕ້ອນຮັບຂອງຂວັນຈາກລັດຖະບານ ຈີນ ມອບໃຫ້ສະພາແຫ່ງຊາດ ຫວຽດນາມ
(ພາບ: daibieunhandan.vn)
(vovworld) – ຕອນບ່າຍວັນທີ 31/3, ຢູ່ສຳນັກງານສະພາແຫ່ງຊາດ, ຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ໄດ້ຈັດຕັ້ງພິທີຕ້ອນຮັບຂອງຂວັນຈາກລັດຖະບານ ຈີນ ທີ່ມອບໃຫ້ສະພາແຫ່ງຊາດ ຫວຽດນາມ.
ກ່າວຄວາມເຫັນທີ່ພິທີ, ທ່ານ ຫງວຽນແຮ້ງຟຸກ, ຫົວໜ້າ ຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ເນັ້ນໜັກວ່າ: ນີ້ແມ່ນຂອງຂວັນດ້ານຈິດໃຈທີ່ມີຄວາມໝາຍທີ່ສຸດ, ແມ່ນແຫຼ່ງປຸກລະດົມສຳລັບສະພາແຫ່ງຊາດ ຫວຽດນາມ ເວົ້າລວມ ແລະ ບັນດາພະນັກງານ, ລັດຖະກອນ ພາລະກອນ ແລະ ຜູ້ອອກແຮງງານຂອງສະພາແຫ່ງຊາດເວົ້າສະເພາະ. ຂອງຂວັນສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງປະທານ ແລະ ລັດຖະບານຈີນ ໃນການຊຸກຍູ້, ເພີ່ມທະວີການພົວພັນລະຫວ່າງສອງອົງການນິຕິບັນຍັດສອງປະເທດ.
ສ່ວນທ່ານເອກອັກຄະລັດຖະທູດຈີນ ປະຈຳ ຫວຽດນາມ ຂຸງແສວຢຸງ ກໍ່ຢືນຢັນວ່າ ຂອງຂວັນສະແດງໃຫ້ເຫັນ ອາລົມຈິດມິດຕະພາບ ຂອງລັດຖະບານ ຈີນ ກໍ່ຄືຄະນະປະຈຳສະພາແຫ່ງຊາດ ແລະ ປະຊາຊົນ ຈີນ ທີ່ສະຫງວນໃຫ້ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນ ຫວຽດນາມ