(vovworld) – ວັນທີ 08/05, ທ່ານປະທານາທິບໍດີອາເມລິກາ Barack Obama ໄດ້ສົ່ງເອກະສານຕໍ່ສະພາແຫ່ງຊາດກ່ຽວກັບຂໍ້ຕົກລົງດ້ວຍເນື້ອໃນຈະອະນຸຍາດໃຫ້ອາເມລິກາ ມອບສົ່ງບັນດາເຕົາປະຕິກອນ ແລະ ເຕັກໂນໄລຊີໃຫ້ຫວຽດນາມ. ສະພາສູງ ແລະ ສະພາຕໍ່າອາເມລິກາ ຈະພິຈາລະນາເອກະສານດັ່ງກ່າວໃນເວລາ 90 ວັນ ແລະ ຖ້າຫາກບໍ່ມີຄຳເຫັນຄັດຄ້ານ ຂໍ້ຕົກລົງທາງການຈະມີຜົນສັກສິກຢ່າງເປັນທາງການ.
ກ່ອນໜ້ານັ້ນ, ວັນທີ 24/02 ຜ່ານມາ, ທ່ານປະທານາທິບໍດີ Obama ໄດ້ໃຫ້ສັດຕະຍາບັນຂໍ້ຕົກລົງນິວເຄຼຍ ພົນລະເຮືອນກັບຫວຽດນາມ, ຜ່ານນັ້ນ, ໄດ້ເປີດຊ່ອງທາງໃຫ້ບັນດາວິສາຫະກິດອາເມລິກາ ຂາຍເຊື້ອເພີງ, ເຕັກໂນໂລຊີ, ເຕົາປະຕິກອນ ແລະ ເຄື່ອງອູປະກອນນິວເຄຼຍໃຫ້ແກ່ຫວຽດນາມ. ສະຖາບັນພະລັງງານນິວເຄຼຍ, ອົງການຕ່າງໜ້າໃຫ້ຂະແໜງອຸດສາຫະກຳດັ່ງກ່າວຂອງອາເມລິກາ ຄາດວ່າ, ຂໍ້ຕົກລົງສາມາດນຳມາເຊິ່ງຈຳນວນເງິນ 10 ຕື້ - 20 ຕື້ USD ໃນການເຄື່ອນໄຫວສົ່ງອອກຂອງອາເມລິກາ ໄປຍັງຫວຽດນາມ ແລະ ສ້າງວຽກເຮັດງານທຳໃຫ້ແກ່ຄົນງານກວ່າ 50.000 ຄົນຢູ່ອາເມລິກາ. ຂໍ້ຕົກລົງນິວເຄຼຍພົນລະເຮືອນຫວຽດນາມ - ອາເມລິກາ ໂດຍທ່ານລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ແລະ ທ່ານຮອງລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ລົງນາມເມື່ອເດືອນ 10/2013 ຢູ່ນອກກອງປະຊຸມສຸດຍອດອາຕາຊີເວັນອອກ ຽຢູ່ບຣຸໄນ.