ສະພາແຫ່ງຊາດ ເຫັນດີເປີດກວ້າງເປົ້າໝາຍເຂົ້າຮ່ວມປະກັນສັງຄົມ

ສະພາແຫ່ງຊາດ ເຫັນດີເປີດກວ້າງເປົ້າໝາຍເຂົ້າຮ່ວມປະກັນສັງຄົມ - ảnh 1
(ພາບປະກອບ)

(vovworld) – ປຶກສາ​ຫາລື​ກ່ຽວ​ກັບ​​ບາງ​ເນື້ອ​ໃນ​ຂອງ​ຮ່າງ​​ກົດໝາຍ​ວ່າ​ດ້ວຍ​ປະກັນສັງຄົມ (ສະບັບ​ປັບປຸງ), ​ໃນ​ການ​ປະ​ຊຸມ​ເມື່ອ​ວັນ​ທີ 23/10, ບັນດາ​ສະມາຊິກ​ສະພາ​​ແຫ່ງ​ຊາດ ​ໄດ້​ເຫັນ​ດີ​ກັບ​ວິທີ​ການ​ເປີດ​ກວ້າງເປົ້າ​ໝາຍ​ເຂົ້າ​ຮ່ວມ​ປະກັນ​​​ສັງຄົມ ​ເຊິ່ງ​ໄດ້ບັງຄັບ​ສຳລັບ​ຜູ້​ມີ​ວຽກເຮັດ​ງານ​ທຳ​​ແຕ່ 1 ​​ເດືອນເຖິງ​ຕ່ຳ​ກວ່າ 3 ​ເດືອນ.

   ບັນດາ​ຄຳ​ເຫັນ​ຖື​ວ່າ, ການ​ກຳນົດ​ຄື​ແນວ​ນັ້ນ​ ​ສາ​ມາດ​ສະ​ກັດ​ກັ້ນ​ສະພາບ​ການ​ວິ​ສາ​ຫະກິດ, ​​ຜູ້ນຳ​ໃຊ້​ແຮງ​ງານໜີີ​ຄ່າ​ປະກັນ​​ສັງຄົມ, ດ້ວຍ​ວິທີ​ເຊັນ​ສັນຍາ​ກັບ​ຄົນ​ງານທີ່​ຕໍ່າກວ່າ 3 ​ເດືອນ​ຢ່າງ​ລຽນ​ຕິດ. ​ແຕ່​ວ່າ, ​ເພື່ອ​ຮັບປະກັນ​ລັກສະນະ​ເປັນ​ໄປ​ໄດ້​ສຳລັບ​ນະ​ໂຍບາຍ​ດັ່ງກ່າວ, ບັນດາ​ອົງການ​ຄຸ້ມ​ຄອງ​ລັດ, ອົງການຈັດ​ຕັ້ງກຳມະບານ, ອົງການປະກັນສັງຄົມ​ຫວຽດນາມ… ຕ້ອງ​ຮູ້​ແຮງ​ວຽກ​ງານ​ໂຄສະນາ, ຂົນຂວາຍ, ​ເພີ່ມ​ທະວີ​ວຽກ​ງານ​ຄຸ້ມ​ຄອງ ​ແລະ ມີ​ມາດ​ຕະການ​ລະອຽດ​ເພື່ອ​ໜູນ​ຊ່ວຍ​ວິ​ສາ​ຫະກິດ ​ແລະ ຄົນ​ງານ​ປະຕິບັດ​ຕາມຂໍ້​ກຳນົດ​ດັ່ງກ່າວ.

        ທີ່​ວາລະ​ປຶກສາ​ຫາ​ລື, ຍັງ​ມີ​ບາງ​ຄຳ​​ເຫັນ​​ສະ​ແດງ​ຄວາມ​ເປັນ​ຫ່ວງກ່ຽວ​ກັບ​ຂໍ້​ກຳນົດ​ດັ່ງກ່າວ. ​ເຖິງ​ວ່າ​ເຫັນ​ດີ​ກັບ​ການ​ເປີດ​ກວ້າງ​ເປົ້າ​ໝາຍ​ເຂົ້າ​ຮ່ວມ​ປະກັນ​ສັງຄົມ ​ແລ້ວ​ກໍ່ຕາມ, ​ແຕ່​ບັນດາ​ສະມາ​ຊິກ​ສະພາ​ແຫ່ງ​ຊາດຖື​ວ່າ ຕ້ອງ​ຄິດ​​ໄລ່​ເຖິງສະພາບ​ຕົວ​ຈິງ ​​ເປັນ​ຕົ້ນແມ່ນ​ລາຍ​ຮັບ​ຂອງ​ຄົນ​ງານ​ໃນ​ໄລ​ຍະ​​ເຊັນ​ສັນຍາ​ອອກ​ແຮງ​ງານ​ແຕ່ 1 ​ເດືອນ​​ຫາ​ຕໍ່າ​ກວ່າ 3 ​ເດືອນ ບໍ່​ສູງ, ສະ​ນັ້ນ ຖ້າ​ຫາກ​ບັງຄັບ​ໃຫ້ເຂົ້າ​ຮ່ວມ​ປະກັນ​ສັງຄົມ​ຈະ​ສົ່ງ​ຜົນ​ສະທ້ອນ​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ເຂົ້າ​ເຈົ້າ.​

ຂ່າວ/ບົດ​ອື່ນ