ສະພາແຫ່ງຊາດ2ປະເທດອີຕາລີແລະຫວຽດນາມແລກປ່ຽນບົດຮຽນກ່ຽວກັບອະນຸລັກຮັກສາວັດທະນະທຳແລະຮ່ວມມືດ້ານສຶກສາ

ສະພາແຫ່ງຊາດ2ປະເທດອີຕາລີແລະຫວຽດນາມແລກປ່ຽນບົດຮຽນກ່ຽວກັບອະນຸລັກຮັກສາວັດທະນະທຳແລະຮ່ວມມືດ້ານສຶກສາ - ảnh 1
ສະພາ​ແຫ່ງ​ຊາດ ອີ​ຕາ​ລີ ແລະ ຫວຽ​ດນາມ ແລກປ່ຽນ​ບົດຮຽນ​
ກ່ຽວ​ກັບ​ອະນຸລັກ​ຮັກສາ​ວັດທະນະທຳ​ ແລະ ຮ່ວມ​ມືດ້ານ​ສຶກສາ
(ພາບ: Anh Ngọc/Vietnam+)

(vovworld) –​ ​ໃນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ອີ​ຕາ​ລີ, ວັນ​ທີ 12/5, ຄະນະ​ສະມາຊິກສະພາ​ແຫ່ງ​ຊາດ​ຫວຽດນາມ ​ໂດຍ​ທ່ານ ​ເລ​ຍືຕ໋ຽນ, ຮອງຫົວໜ້າ, ກຳມາ​ທິການ​ວັດທະນະທຳ, ສຶກສາ, ຊາວ​ໜຸ່ມ​ເຍົາວະ​ຊົນ ​ແລະ ​ເດັກນ້ອຍ, ສະພາ​ແຫ່ງ​ຊາດ​ຫວຽດນາມ ນຳ​ໜ້າ ​ໄດ້​ແລກປ່ຽນ​ບົດຮຽນ​ກັບ​ກຳມາ​ທິການ​ວັດທະນະທຳ,​ ວິທະຍາສາດ ​ແລະ ສຶກສາ​ຂຶ້ນ​ກັບສະພາ​ຕຳ່​ ອີ​ຕາ​ລີ ຢູ່​ນະຄອນຫຼວງໂຣມ.

        ທ່ານ​ນາງ  Flavia Nardelli Piccoli, ຜູ້​ຮັກສາ​ການປະທານ​ກຳມາ​ທິການ ວັດທະນະທຳ,​ ວິທະຍາສາດ ​ແລະ ສຶກສາ​ຂອງສະພາ​ຕຳ່​ ອີ​ຕາ​ລີ ຕີ​ລາຄາ​ສູງ​ບັນດາ​ຜົນງານ​ພັດທະນາ​ເສດຖະກິດ-​ສັງຄົມ​ຂອງ​ ຫວຽ​ດນາມ, ພິ​ເສດ​ແມ່ນ​ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ບັນລຸ​ລະດັບ​ການ​ສຶກສາ​ຢ່າງ​ທົ່ວ​ເຖິງ ແລະ ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ຜູ້​ອອກ​ແຮງ​ງານ​ໜຸ່ມ. ຕາມ​ທ່ານ​ນາງ Piccoli ​ແລ້ວ, ການ​ແລກປ່ຽນ​ຄະນະສະມາຊິກ​ການ​ນຳສະພາ​ແຫ່ງ​ຊາດ ​ແລະ ກຳມາ​ທິການ​ຕ່າງໆ ຈະປະກອບສ່ວນ​ສຳຄັນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ​ເຊິ່ງກັນ ​ແລະ ກັນ ລະຫວ່າງ 2 ຝ່າຍ. 2 ຝ່າຍ​ສຸມ​ໃສ່​ແລກປ່ຽນ​ບົດຮຽນ​ນິຕິບັນຍັດ​ໃນ​ຂົງ​ເຂດ​ອະນຸລັກ​ຮັກສາ​ມໍລະດົກ​ວັດທະນະທຳ ​ແລະ ສຶກສາ, ​ບຳລຸງ​ສ້າງ​ອາຊີບ​ໃຫ້​ຊາວ​ໜຸ່ມ. ບັນດາ​ສະມາຊິກ​ລັດຖະສະພາອີ​ຕາ​ລີ ຢືນຢັນ​ຄືນ​ວ່າ: ຈະ​ສະໜັບ​ສະ​ໜູນ​ລັດຖະບານ, ສູນ​ກາງ ​ແລະ ທ້ອງ​ຖິ່ນ​ຢູ່ ອີ​ຕາ​ລີ ​ໃນ​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ມໍລະດົກ​ວັດທະນະທຳ​ຢູ່ ຫວຽດນາມ.

        ສ່ວນ​ທ່ານ ​ເລ​ຍືຕ໋ຽນ ຕີ​ລາຄາ​ສູງ​ບັນດາ​ບົດຮຽນ​ຂອງ ອີ​ຕາ​ລີ ​ໃນ​ຂົງ​ເຂດ​ວັດທະນະທຳ, ສຶກສາ ​ແລະ ບຳລຸງ​ສ້າງ, ພ້ອມ​ທັງ​ຢືນຢັນ​ວ່າ: ນີ້​ແມ່ນ​ສິ່ງ​ທີ່​ຫວຽດນາມ​ ສາມາດ​ຮຳ່ຮຽນ ​ແລະ ນຳ​ໃຊ້​ໃນ​ຂົງ​ເຂດ​ທີ່​ກ່ຽວຂ້ອງ . ທ່ານ​ກໍ​ປາດ​ຖະໜາ​ວ່າ: ສະພາ​ແຫ່ງ​ຊາດ 2 ປະ​ເທດ ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກ່ວາ​ອີກ​ໃນ​ຂົງ​ເຂດ​ວັດທະນະທຳ ​ແລະ ສຶກສາ.


ຂ່າວ/ບົດ​ອື່ນ