ສະພາແຫ່ງຊາດກຳປູເຈຍຮັບຮອງເອົາອະນຸສັນຍາກ່ຽວກັບການລົງທຶນກັບຫວຽດນາມ

ສະພາແຫ່ງຊາດກຳປູເຈຍຮັບຮອງເອົາອະນຸສັນຍາກ່ຽວກັບການລົງທຶນກັບຫວຽດນາມ - ảnh 1
ສະພາ​ແຫ່ງ​ຊາດ ກຳປູ​ເຈຍ ​ໄດ້​ຮັບຮອງ​ເອົາ​ອະນຸ​ສັນຍາ​ກ່ຽວ​ກັບ​ຂໍ້​ຕົກລົງ​ສົ່ງ​ເສີມ ​ແລະ ອາລັກຂາ​​ແກ່ການ​ລົງທຶນ​ລະຫວ່າງ ລັດຖະບານ ກຳປູ​ເຈຍ ​ແລະ ຫວຽດນາມ
(ພາບ: Xuân Khu/Vietnam+)

(vovworld) – ວັນ​ທີ 3/4, ສະພາ​ແຫ່ງ​ຊາດ ກຳປູ​ເຈຍ ​ໄດ້​ຮັບຮອງ​ເອົາ​ອະນຸ​ສັນຍາ​ກ່ຽວ​ກັບ​ຂໍ້​ຕົກລົງ​ສົ່ງ​ເສີມ ​ແລະ ອາລັກຂາ​​ແກ່ການ​ລົງທຶນ​ລະຫວ່າງ ລັດຖະບານ ກຳປູ​ເຈຍ ​ແລະ ຫວຽດນາມ. ສະມາຊິກ​ສະພາ​ແຫ່ງ​ຊາດຂອງ​ພັກ​ປະຊາຊົນ​ ກຳປູ​ເຈຍ (CPP) ກຳ​ອຳນາດ​ທັງ​ໝົດ 64 ທ່ານ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ຮັບຮອງ​ເອົາ​ອະ​ນຸສັນຍາ​ດັ່ງກ່າວ. ທ່ານ Mok Mareth, ປະທານ​ກຳມາ​ທິການ​ລົງທຶນ, ກະສິກຳ, ພັດທະນາ​ຊົນນະບົດ, ສິ່ງ​ແວດ​ລ້ອມ ​ແລະ ​ແຫຼ່ງນ້ຳ ຂຶ້ນ​ກັບ​ສະພາ​ແຫ່ງ​ຊາດ ກຳປູ​ເຈຍ ​ໃຫ້​ຮູ້​ວ່າ: ບັນດາ​ເອກະສານ​ນີ້​​​ສ່ວນ​ໜຶ່ງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ວົງ​ການນັກ​ລົງທຶນ ​ແລະ ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ລົງທຶນ​ລະຫວ່າງ 2 ປະ​ເທດ. ທ່ານ​ຖື​ວ່າ ດ້ວຍ​ອະນຸ​ສັນຍາ​ດັ່ງ​ກ່າວ, ກຳ​ປູ​ເຈຍ ​ໄດ້​ມຸ່ງ​ໄປ​ເຖິງ​ການ​ດຶງ​ດູດ​ການ​ລົງທຶນ​ຈາກ ຫວຽດນາມ ​ແລະ ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​​ໃຫ້​ວົງ​ການ​ນັກລົງທຶນ ຫວຽດນາມ ຕື່ມ​ອີກ. ​ໃນ​ຂະນະ​ນັ້ນ, ທ່ານ​ເລຂາທິການ​ໃຫຍ່​ສະພາ​ພັດທະນາ ກຳປູ​ເຈຍ Sok Chenda Sophea ​​ໄດ້ເນັ້ນ​ໜັກວ່າ​ຈຸ​ດປະສົງ​ຂອງ​ອະນຸ​ສັນຍາ​ນີ້​ເພື່ອ​ແນ​ໃສ່​ຮັກສາ, ຊຸກຍູ້ ​ແລະ ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ບັນດາ​ການ​ເຄື່ອນ​ໄຫວ​ລົງທຶນ​ລະຫວ່າງ 2 ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ.

    ຕາມ​ສະຫະ​ສະມາຄົມ​ບັນດາ​ນັກ​ລົງທຶນ ຫວຽດນາມ ຢູ່ ກຳປູ​ເຈຍ ​ແລ້ວ, ​ໄລ່​ຮອດ​ປີ 2013, ຫວຽດນາມ ​ແມ່ນ​ນັກ​ລົງ​ທຶນ​ໃຫຍ່​ອັນ​ດັບ 5 ຂອງ​ກຳປູ​ເຈຍ, ດ້ວຍ 128 ​ໂຄງການທີ່​ມີຍອດ​ມຸນ​ຄ່າ​ກ່ວາ 3 ຕື້ USD.



ຂ່າວ/ບົດ​ອື່ນ