ສະພາແຫ່ງຊາດຈັດກອງປະຊຸມຄົບຄະນະຢູ່ຫໍປະຊຸມ

ສະພາແຫ່ງຊາດຈັດກອງປະຊຸມຄົບຄະນະຢູ່ຫໍປະຊຸມ - ảnh 1
ທ່ານ ໂດ໋ແມ້ງຮູ່ງ, ຄະນະ ສສຊ ສະພາແຫ່ງຊາດແຂວງ ທ໋າຍຫງວຽນ
(ພາບປະກອບ)

(vovworld) –  ຕອນ​ເຊົ້າ​ວັນ​ທີ 24/05, ສະພາ​ແຫ່ງ​ຊາດ​ໄດ້ຈັດ​ກອງ​ປະຊຸມ​ຄົບ​ຄະນະ​ຢູ່​ຫໍ​ປະ​ຊຸມ ​ເພື່ອ​ຮັບ​ຟັງ​​ໃບ​ສະ​ເໜີ ​ແລະ ບົດ​ລາຍ​ງານກວດກາ​ຮ່າງກົດໝາຍວ່າ​ດ້ວຍ​ເຮືອນ​ຢູ່ (ສະບັບ​ປ​ັບປຸງ), ຮັບ​ຟັງ​ບົດ​ລາຍ​ງານ​ອະພິປາຍ ​ແລະ ປຶກສາ​ຫາລື​ກ່ຽວກັບ​ບາງ​ເນື້ອ​ໃນ​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕາງ​ກັນ​ຂອງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ກໍ່ສ້າງ (ສະບັບ​ປັບປ​ຸງ). ຢູ່​ທີ່​ນີ້, ​ກຳ​ມາ​ທິການ​ດ້ານກົດໝາຍ​ໄດ້​ເຫັນ​ດີຕໍ່​ຄວາມ​ຈຳ​ເປັນ​ຕ້ອງ​ປັບປຸງ, ​ກົດໝາຍ​ວ່າ​ດ້ວຍ​ເຮືອນ​ຢູ່ ​ແລະ ບັນດາ​ທັດສະນະ​ໃນ​ການ​ສ້າງ​ກົດໝາຍທີ່​ໄດ້​ຍົກ​ອອກ​ມາ​ທີ່​ໃບ​ສະ​ເໜີ​ຂອງ​ລັດຖະບານ​ໂດຍ​ພື້ນຖານ ​ເພື່ອ​ແກ້​ໄຂ​ບັນດາ​ຂໍ້​​ຄົງ​ຂ້າງ, ​ຕິດ​ຂັດ, ບໍ່​ເໝາະ​ສົມ​ກັບ​ສະພາບ​ຕົວ​ຈິງ​ຂອງ​ກົດໝາຍທີ່​ພວມ​ປະກາດ​ໃຊ້. ພ້​ອມທັງ​ເພື່ອ​ຫັນ​ທັດສະນະ​ຂອງ​ພັກ​ໃນ​ຂົງ​ເຂດ​ເຮືອນ​ຢູ່​ເປັນ​ລະບຽບ​ກົດໝາຍ, ຫັນ​​ບັນດາ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ ກ່ຽວ​ກັບ​ສິດ​ມີ​ບ່ອນຢູ່, ສິດກຳມະສິດ​ດ້ານ​ເຮືອນ​ຢູ່​ຂອງ​ພົນລະ​ເມືອງ​ເປັນ​ລະອຽດ, ​​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ປະຊາຊົນ, ວິ​ສາ​ຫະກິດ ​ແລະ ລັດ ພັດທະນາ​ເຮືອນ​ຢູ່​ຕາມ​ທິດ​ປອດ​ໄສ, ໝັ້ນຄົງ.

​ເມື່​ອປະກອບ​ຄຳ​ເຫັນ​​ໃສ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ກໍ່ສ້າງ (ສະບັບ​ປັບປຸງ), ສສຊ ສ່ວນ​ຫຼາຍ ຕີ​ລາຄາ​ວ່າ: ຮ່າງ​ກົດໝາຍ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ພິຈາລະນາ, ຮັບຮອງ​ເອົາ​ໃນ​ຄັ້ງ​ນີ້​ໄດ້​ຮັບ​ການ​ປັບປຸງ​​ດ້ວນ​ຄຸນ​ນະພາ​ບສູງ​ກ່ວາ. ບັນດາ ສສຊ ສະ​ແດງຄວາ​ມ​ເຫັນ​ດີສູງ​ຕໍ່​ຮ່າງ​​ເພີ່ມ​ທະວີ​ວຽກ​ງານ​ກ່ອນ​ການກວດກາ​ຂອງ​ບັນດາ​ອົງການ​ວິຊາ​ສະ​ເພາະ​ຂອງ​ລັດ. ສສຊ ໂດ໋ແມ້ງຮູ່ງ, ຄະນະ ສສຊ ສະພາແຫ່ງຊາດແຂວງ ທ໋າຍຫງວຽນ, ຖືວ່າ:

    “ກຳນົດຄວາມຮັບຜິດຊອບຂອງບັນດາອົງການວິຊາສະເພາະຂອງລັດໃນເບື້ອງຕົ້ນ ແລະ ໃນຕະຫຼອດວິວັດການກໍ່ສ້າງໂຄງການ ຈະປະກອບສ່ວນຫຼີກລ້ຽງການລົງທຶນ ແບບ ຟູມເຟືອຍ, ກາ​ນຮົວ​ໄຫຼ​ທຶນ ບໍ່ມີປະສິດທິຜົນ, ພ້ອມທັງປະກອບສ່ວນຮັບປະກັນ ຄວາມຄືບໜ້າ, ຄຸນນະພາບ ແລະ ລາຄາຂອງກິດຈະກຳ. ຂ້າພະເຈົ້າສະເໜີວ່າ: ເພື່ອໃຫ້ເນື້ອໃນນີ້ຄົບຖ້ວນກ່ວາຕ້ອງເພີ່ມເຕີມຂໍ້ກຳນົດຄວາມຮັບຜິດຊອບຂອງອົງການ ແລະ ສ່ວນບຸກຄົນພະນັກງານລັດຖະກອນທີ່ປະຕິບັດໜ້າທີ່ກ່ອນການກວດກາ ແລະ ການປັບໄໝຖ້າຫາກບໍ່ປະຕິບັດສຳເລັດໜ້າທີ່ນີ້.”

     ຕາມແຜນການເຮັດວຽກແລ້ວ, ໃນຕອນບ່າຍວັນທີ 24/5, ສະພາແຫ່ງຊາດ ຈັດກອງປະຊຸມຄົບຄະນະຢູ່ຫໍປະຊຸມເພື່ອຮັບຟັງໃບສະເໜີ ແລະ ບົດລາຍງານກວດກາ ຄືນຮ່າງກົດໝາຍວ່າດ້ວຍການດຳເນີນທຸລະກິດອະສັງຫະລິມະຊັບ (ສະບັບປັບປຸງ), ຮັບຟັງອະພິປາຍ ແລະ ປຶກສາຫາລືບາງເນື້ອໃນທີ່ຍັງມີຄວາມເຫັນແຕກຕ່າງກັນ ຂອງຮ່າງກົດໝາຍວ່າດ້ວຍການລົງທຶນຂອງລັດ.

ຂ່າວ/ບົດ​ອື່ນ