ສະພາແຫ່ງຊາດຈະສືບຕໍ່ຄົ້ນຄ້ວາ, ປັບປຸງບັນດານະໂຍບາຍໃຫ້ຜູ້ມີຄຸນງາມຄວາມດີ

ສະພາແຫ່ງຊາດຈະສືບຕໍ່ຄົ້ນຄ້ວາ, ປັບປຸງບັນດານະໂຍບາຍໃຫ້ຜູ້ມີຄຸນງາມຄວາມດີ - ảnh 1
ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ມ​ອບ​ຂອງ​ຂວັນ​ໃຫ້​ບັນ​ດາ​ຜູ້​ແທນ

(vovworld) – ຕອນ​ເຊົ້າ​ວັນ​ທີ 22/4, ທີ່​ສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ໄດ້​ມີ​ການ​ພົບ​ປະ​ທີ່​ສະ​ໜິດ​ສະ​ໜົມ​ກັບ​ຄະ​ນະ​ຕິດ​ຕໍ່​ພົວ​ພ​ັນ​ມູນ​ເຊື້ອ​ນັກ​ຮົບ​ເກົ່າ​ກອງ​ພົນ​ໃຫຍ່ 2 ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 45 ປີ​ແຫ່ງວັນ​ປົດ​ປ່ອຍ​ແຂວງ ກວາງ​ຈີ້. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ພົບ​ປະ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ໄດ້​ເນັ້ນ​ໜັກ​ວ່າ ໄລ​ຍະ​ຈະ​ມາ​ເຖິງ, ສະ​ພາ​ແຫ່ງ​ຊາດ​ຈະ​ສືບ​ຕໍ່​ຄົ້ນ​ຄ້​ວາ, ປັບ​ປຸງ​ບັນ​ດາ​ນະ​ໂຍ​ບາຍ​ໃຫ້​ຜູ້ມ​ີ​ຄຸນ​ງາມ​ຄວາມ​ດີ​ເພື່ອ​ເໝາະ​ສົມ​ກັບ​ສະ​ພາບ​ການ​ຕົວ​ຈິງ. ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ຢັ້ງ​ຢືນ​ວ່າ:

        “ຫວຽດ​ນາມ ໄດ້​ປະ​ກາດ​ໃຊ້​ບັນ​ດາ​ລັດ​ຖະ​​ບັນ​ຍັດ​ບຸ​ລິ​ມະ​ສິດ​​ຕໍ່ຜູ້​ມ​ີ​ຄຸນ​ງາມ​ຄວາມ​ດີ, ເຊີດ​ຊູ​ບັນ​ດາ​ແມ່ ຫວຽດ​ນາມ ວິ​ລະ​ຊົນ ແລະ ມີຫຼາຍ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ຕອບ​ບຸນ​ແທນ​ຄຸນອື່ນໆ​ອີກ. ໄລ​ຍະ​ຈະ​ມາ​ເຖິງ, ປະ​ຊາ​ຊົນ, ​ປະ​ຊ​າ​ຄົມວິ​ສາ​ຫະ​ກິດ, ທົ່ວ​ສັງ​ຄົມ, ນອກ​ຈາກ​ບັນ​ດາ​ນະ​ໂຍ​ບາຍ​ທີ່​ໄດ້​ຮ່ວມ​ແຮງ​ຮ່ວມ​ໃຈເພື່ອ​ຫັນ​ວຽກ​ງານຕອບ​ບຸນ​ແທນ​ຄຸນເປັນ​ສັງ​ຄົມ​​ແລ້ວ, ນີ້​ແມ່ນ​ການ​ເຄື່ອນ​ໄຫວ​​ຕາມຫຼັກ​ສິນ​ທຳກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ ດີ​ງາມ​ທີ່​ສຸດ.”

                                                             


ຕອບກັບ

ຂ່າວ/ບົດ​ອື່ນ