(vovworld) – ກ້າວເຂົ້າສູ່ອາທິດເຮັດວຽກທີ 4 ຂອງກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດຫວຽດນາມ ຊຸດທີ 13. ຕອນເຊົ້າວັນທີ 09/06, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປຶກສາຫາລືຢູ່ໜ່ວຍກ່ຽວກັບຮ່າງກົດໝາຍວ່າດ້ວຍບັດປະຈຳຕົວພົນລະເມືອງ ແລະ ຮ່າງກົດໝາຍວ່າດ້ວຍສຳມະໂນພົນລະເມືອງ.
ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍດ້ວຍສຳມະໂນພົນລະເມືອງ, ມີຄຳເຫັນສະເໜີວ່າ ເພື່ອຮັບປະກັນຄວາມສະຖຽນລະພາບ ແລະ ຄວາມສະດວກໃນວຽກງານຄຸ້ມຄອງລັດກ່ຽວກັບພົນລະເມືອງ, ຮ່າງກົດໝາຍດັ່ງກ່າວ ບໍ່ຄວນເປີດກ້ວາງຄຳນິຍາມສຳມະໂນພົນລະເມືອງຕາມທິດລວມທັງສຳມະໂນຄົວ ແລະ ລວບລວມບັນດາບັນຫາສຳມະໂນພົນລະເມືອງ, ສຳມະໂນຄົວ, ບັດປະຈຳຕົວພົນລະເມືອງເພື່ອມອບໃຫ້ຂະແໜງການໜຶ່ງຄວບຄຸມໃນຈຸດເວລານີ້.
ໃນຕອນບ່າຍ, ສະພາແຫ່ງຊາດລົງມະຕິຮັບຮອງເອົາມະຕິ 2 ສະບັບ; ໃຫ້ສັດຕະຍາບັນການສະຫຼຸບຂາດຕົວງົບປະມານແຫ່ງລັດປີ 2012 ແລະ ມະຕິກ່ຽວກັບການຈັດແບ່ງ, ນຳໃຊ້ແຫຼ່ງເພີ່ມລາຍຂ່າຍເກີດດຸນງົບປະມານແຫ່ງລັດ ແລະ ຫຼຸດຜ່ອນລາຍຈ່າຍງົບປະມານສູງກາງປີ 2013.
ແລະກໍ່ໃນອາທິດນີ້, ສະພາແຫ່ງຊາດຍັງໃຫ້ຄຳເຫັນໃສ່ບັນດາຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນຫວຽດນາມ (ສະບັບປັບປຸງ); ຮ່າງກົດໝາຍຕຳຫຼວດປະຊາຊົນ (ສະບັບປັບປຸງ), ຮ່າງກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ); ຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍດຳເນີນຄະດີພົນລະເມືອງ ແລະ ປຶກສາຫາລືຮ່າງມະຕິກ່ຽວກັບການປັບປຸງ, ເພີ່ມເຕີມມະຕິຂອງສະພາແຫ່ງຊາດກ່ຽວກັບການລົງຄະແນນສຽງໄວ້ວາງໃຈ ແລະ ປ່ອນບັດໄວ້ວາງໃຈສຳລັບຜູ້ດຳລົງຕຳແໜ່ງໂດຍສະພາແຫ່ງຊາດ, ສະພາປະຊາຊົນເລືອກຕັ້ງ ຫຼື ໃຫ້ສັດຕະຍາບັນ, ລົງມະຕິຮັບຮອງເອົາຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍປະກັນສຸຂະພາບ.
ສະພາແຫ່ງຊາດຈັດແບ່ງ 16.000 ຕືດົ່ງໃຫ້ກຳລັງຕຳຫຼວດທະເລ, ຊາວປະມົງ
ສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຫວຽດນາມ ຊຸດທີ 13, ຕອນບ່າຍຂອງວັນທີ 9/6, ສະພາແຫ່ງຊາດຮັບຮອງເອົາມະຕິໃຫ້ສັດຕະຍາບັນສະຫລຸບຂາດຕົວງົບປະມານແຫ່ງລັດປີ 2012 ດ້ວຍບັດເຫັນດີເປັນສ່ວນຫຼາຍ. ຕໍ່ຈາກນັ້ນ, ສະພາແຫ່ງຊາດຮັບຮອງເອົາມະຕິກ່ຽວກັບການຈັດແບງການນຳໃຊ້ແຫຼ່ງເງິນເພີ່ມຈາກລາຍຈາຍງົບປະມານແຫ່ງລັດເກີນດຸນ, ຫລຸດຜ່ອນລາຍຈາຍງົບປະມານສູນກາງປີ 2013. ຕາມນັ້ນແລ້ວ, ສະພາແຫ່ງຊາດເຫັນດີຮັກສາລາຍຈາຍງົບປະມານແຫ່ງລັດເກີນດຸນແມ່ນຢູ່ໃນລະດັບ 197.000 ຕື້ດົ່ງ. ຈັດແບ່ງງົບປະມານ 16.000 ຕື້ດົ່ງ ໃຫ້ແກ່ກຳລັງຕຳຫຼວດທະເລ, ຊາວປະມົງ. ສະພາແຫ່ງຊາດກໍ່ເຫັນດີເພີ່ມເຕີມງົບປະມານໃຫ້ແກ່ວຽກງານຮັບປະກັນຄວາມສະຫງົບປອດໄພແຫ່ງຊາດ, ເພີ່ມທະວີກຳລັງຄວາມສາມາດໃຫ້ແກ່ກຳລັງດັບເພິງ, ກຳລັງຕຳຫຼວດປອ້ງກັນ, ຕຳຫຼວດຈໍລະຈອນ. ແລະ ກໍ່ໃນຕອນບ່າຍຂອງວັນດຽວກັນ, ສະພາແຫ່ງຊາດຮັບຟັງໃບຍື່ນສະເໜີ ແລະ ບົດລາຍງານສຳຫຼວດກວດກາຮ່າງກົດໝາຍປັບປຸງ ແລະ ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍການປະຕິບັດຄະດີແພ່ງ, ຮັບຟັງໃບຍື່ນສະເໜີ ແລະ ປຶກສາຫາລືກ່ຽວກັບການຄາດຄະເນລາຍການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດປີ 2015./.