ສະພາແຫ່ງຊາດຊຸດທີ14ມານະພະຍາຍາມປະຕິບັດສຳເລັດພາລະໜ້າທີ່ພື້ນຖານຂອງລັດກ່ຽວກັບການສ້າງກົດໝາຍ

ສະພາແຫ່ງຊາດຊຸດທີ14ມານະພະຍາຍາມປະຕິບັດສຳເລັດພາລະໜ້າທີ່ພື້ນຖານຂອງລັດກ່ຽວກັບການສ້າງກົດໝາຍ - ảnh 1
ທ່ານນາງ ຫງວຽນທິກິມເງິນ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນ ເກີນເທີ

(vovworld) – ​ ບັນດາບັນຫາ​ທະ​ເລ​ຕາ​ເວັນ​ອອກ, ການ​ເຄື່ອນ​ໄຫວ​ຕິດ​ຕາມ​ກວດກາ ​ແລະ ການປະຕິບັດ​ພາລະ​ໜ້າ​ທີ່​ຂອງ​ສະພາ​ແຫ່ງ​ຊາດ, ບັນຫາ​ຮຽບຮຽງ​ຂອງ​ບັນດາ​ມາດຕາ​ຂອງ​ກົດໝາຍ, ປະມວນ​ກົດໝາຍ​ແມ່ນ​ບັນດາ​ເນື້ອ​ໃນ​ເຊິ່ງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ນີງກ່ຽວ, ນະຄອນ ​ເກີນ​ເທີ ​ໄດ້​ເຕື້ອງ​ເຖິງ​ໃນ​ກາ​ນພົບ​ປະ​ກັບ​ຜູ​້ມີ​ສິດ​ເລືອກ​ຕັ້ງ​ຂອງ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ພ້ອມ​ກັບ​ຄະນະ​ຜູ້​ແທນ​ສະພາ​ຊິກ​ສະພາ​ແຫ່ງ​ຊາດ​ຫົວໜ່ວຍ ​ເກີນ​ເທີ ​ໄດ້​ຈັດ​ຕັ້​ໃນ​ຕອນ​ບ່າຍ​ວັນ​ທີ 4/8. ບັນ​ດາ​ຜູ​້ມີ​ສິດ​ເລືອກ​ຕັ້ງ​ຖື​ວ່າ, ​​ໄລຍະ​ຜ່ານ​ມາ, ສະພາ​ແຫ່ງ​ຊາດ​ໄດ້​ປະ​ຕິ​ບັດ​ພາ​ລະ​ໜ້າ​ທີ່​ຂອງ​ຕົນ​ເປັນ​ຢ່າງ​ດີ ​ແລະ ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະພາ​ແຫ່ງ​ຊາດ​ຕ້ອງ​ສະ​ແດງ​ສິດ​ອຳນາດ​ຂອງ​ຕົນ​ໃນ​ວຽກ​ງານ​ຕິດຕາມ​ກວດກາ​ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ຊີວິດ​ສັງຄົມ ​ແລະ ປະຊາຊົນ. ​ໂດຍ​ຮັບ​ຮູ້​ບັນດາ​ຄຳ​ເຫັນ​ປະກອບ​ຂອງ​ຜູ​້ມີ​ສິດ​ເລືອກ​ຕັ້ງ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ໃຫ້​ຮູ້​ວ່າ: ສານ​ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແມ່ນ​ມານະ​ພະຍາຍາມ​ປະຕິບັດ​ສຳ​ເລັດ​ພາ​ລະ​ໜ້າ​ທີ່​ພື້ນຖານ​ຂອງ​ລັດ​ກ່ຽວ​ກັບ​ການ​ສ້າງ​ກົດໝາຍ​ໃຫ້​ມີ​ຄຸນ​ນະພາ​ບກ່ວາ, ສະພາ​ແຫ່ງ​ຊາດ​ຈະ​ສ້າງ​ກົດໝາຍ​​ໃຫ້ມີ​ຄຸນ​ນະພາ​ບກະຈ່າງ​ແຈ້ງ​ກ່ວາ, ຫລຸດຜ່ອນ​ບັນດາ​ເອກະສານ​ນິຕິ​ກຳ ​ແລະ ກົດໝາຍ​ຕ້ອງ​ມີ​ລັກ​ສະ​ນະ​ເປັນ​ໄປ​ໄດ​້, ​ເປັນ​ປົກກະ​ຕິ​ກ່ວາ​ເພື່ອ​ສ້າງ​ກອບ​ກົດໝາຍ​ສ້າງ​ຄວາມ​ສະຖຽນ​ລະ​ພາບ​ທາງ​ສັງຄົມ. ທ່ານ​ນາງ​ປະ​ທານ​ສະພາ​ແຫ່ງ​ຊາດ ກໍ່​ໃຫ້​ຮູ້​ວ່າ: ສະພາ​ແຫ່ງ​ຊາດ​ຈະ​ປະຕິບ​ັດການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ລັດຢ່າງ​ສູງ​ສຸດ ​ແລະ ​ເລ​ືອກ​ເຟັ້ນບັນດາ​ບັນຫາ​ທີ່​ຜູ​້ມີ​ສິດ​ເລືອກ​ຕັ້ງ​ມີ​ຄວາມ​ສົນ​ໃຈ​ເພື່ອ​ຕິດຕາມ​ກວດກາ ​ແລະ ຜູກ​ມັດ​ຄວາມຮັບຜິ​ດຊອບ​ຂອງ​ບຸກຄົນ.


ຂ່າວ/ບົດ​ອື່ນ