ສະພາແຫ່ງຊາດຊຸດໃໝ່ຂອງອິດສະຣາແອັນສາບານຕົວຮັບດຳລົງຕຳແໜ່ງ

(VOVWORLD) -ບັນດາສະມາຊິກລັດຖະສະພາອິດສະຣາແອັນ ໄດ້ສາບານຕົວຮັບດຳລົງຕຳແໜ່ງໃນສະພາແຫ່ງຊາດຊຸດໃໝ່ຂອງປະເທດນີ້. 

ສະພາແຫ່ງຊາດຊຸດໃໝ່ຂອງອິດສະຣາແອັນສາບານຕົວຮັບດຳລົງຕຳແໜ່ງ - ảnh 1ສະພາແຫ່ງຊາດຊຸດໃໝ່ຂອງອິດສະຣາແອັນສາບານຕົວຮັບດຳລົງຕຳແໜ່ງ

(ພາບ: AFP/TTXVN)

ຕອນບ່າຍວັນທີ 03 ຕຸລາ, ບັນດາສະມາຊິກລັດຖະສະພາອິດສະຣາແອັນ ໄດ້ສາບານຕົວຮັບດຳລົງຕຳແໜ່ງໃນສະພາແຫ່ງຊາດຊຸດໃໝ່ຂອງປະເທດນີ້.  ພິທີດັ່ງກ່າວຖືກດຳເນີນໄປໃນສະພາບທີ່ລັດຖະບານໃໝ່ ຂອງ ອິດສະຣາແອັນ ຍັງບໍ່ທັນໄດ້ຮັບການສ້າງຕັ້ງເທື່ອ.

        ອິດສະຣາແອັນ ຫາກໍ່ດຳເນີນການເລືອກຕັ້ງເປັນຄັ້ງທີ 2 ໃນປີ, ຫາກບໍ່ບັນລຸໄດ້ໝາກຜົນສ້າງຕັ້ງລັດຖະບານໃໝ່ ນັ້ນແມ່ນຍ້ອນສະພາບບໍ່ມີທາງອອກດ້ານການເມືອງຫຼາຍຢ່າງ ຍາກທີ່ຈະແກ້ໄຂໄດ້.

ສະພາແຫ່ງຊາດອິດສະຣາແອັນ ອາຍຸການກ່ອນແມ່ນມີໄລຍະຄົງຕົວເປັນເວລາສັ້ນກວ່າໝູ່ໃນປະຫວັດສາດ, ພຽງແຕ່ 4 ເດືອນເທົ່ານັ້ນ ກ່ອນທີ່ຖືກຍຸບເລີກ. ວົງການນັກຊ່ຽວຊານໄດ້ຖືວ່າ, ຄາດວ່າສະພາບການດັ່ງກ່າວອາດຈະສືບຕໍ່ເກີດຂຶ້ນໃນອາຍຸການນີ້, ຍິ່ງກວ່ານັ້ນ, ທີ່ຕັ້ງດ້ານການເມືອງຂອງທ່ານນາຍົກລັດຖະມົນຕີ Netanyahu ແມ່ນອ່ອນແອລົງຫຼາຍໃນຂະນະທີ່ການເລືອກຕັ້ງເມື່ອເດືອນ ກັນຍາ ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ