ສະພາແຫ່ງຊາດປຶກສາຫາລື ກົດໝາຍການສຶກສາປ້ອງກັນຊາດ, ປ້ອງກັນຄວາມສະຫງົບ
ທ່ານນາງ ເຈິ່ນທິຮົ່ງທຳ ສສຊ ນະຄອນເກີນເທີ
(ພາບ:giaothongvantai.com.vn)
(VOV)- ວັນທີ 22/11, ໂດຍສືບຕໍ່ໂຄງການດຳເນີນງານໃນກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຫວຽດນາມ ຊຸດທີ 13, ບັນດາສະມາຊິກສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການສຶກສາປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ກົດໝາຍວ່າດ້ວຍການໄກ່ເກ່ຍປອງດອງຢູ່ຂັ້ນຮາກຖານ. ຮ່າງກົດໝາຍວ່າດ້ວຍການສຶກສາປ້ອງກັນຊາດ, ປ້ອງກັນຄວາມສະຫງົບກຳນົດລະອຽດກ່ຽວກັບການເຜີຍແຜ່ຄວາມຮູ້ດ້ານການປ້ອງກັນຊາດ, ປ້ອງກັນຄວາມສະຫງົບທົ່ວປວງຊົນ. ບັນດາ ສສຊ ໄດ້ເຫັນດີເຫັນພ້ອມກັບເລື່ອງສ້າງຕັ້ງບັນດາສູນສຶກສາປ້ອງກັນຊາດ, ປ້ອງກັນຄວາມສະຫງົບຕາມລະດັບກະຊວງ ແລະ ຂັ້ນແຂວງ, ບໍ່ຈຳເປັນຕ້ອງຸຄ້ມຄອງຢູ່ຂັ້ນລັດຖະບານຄືປະຈຸບັນ. ທ່ານນາງ ເຈິ່ນທິຮົ່ງທຳ ສສຊ ນະຄອນເກີນເທີ ປະກອບຄຳເຫັນວ່າ:
“ກ່ຽວກັບການສຶກສາປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃນໂຮງຮຽນ, ຂ້າພະເຈົ້າເຫັນດີກັບຮ່າງກົດໝາຍຄື: ນຳເນື້ອໃນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຂົ້າໃນບັນດາວີຊາຮຽນ, ປະກອບສ່ວນສຳຄັນເຂົ້າໃນການສ້າງ ແລະ ສຳເລັດບຸກຄະລິກກະພາບຂອງນັກຮຽນ“
ຮ່າງກົດໝາຍວ່າດ້ວຍການໄກ່ເກ່ຍປອງດອງຢູ່ຂັ້ນຮາກຖານໄດ້ກຳນົດຢ່າງຈະແຈ້ງຫນ້າທີ່ຂອງລັດຖະບານ, ກະຊວງຍຸຕິທຳ, ບັນດາກະຊວງ ແລະ ອົງການທຽບເທົ່າກະຊວງ, ອົງການຂຶ້ນກັບຄະນະກຳມະການປະຊາຊົນທຸກຂັ້ນ ມີບົດບາດຄຸ້ມຄອງ, ສ້າງເງື່ອນໄຂສະດວກ, ຫນູນຊ່ວຍງົບປະມານໃຫ້ແກ່ການເຄື່ອນໄຫວໄກ່ເກ່ຍປອງດອງຢູ່ຂັ້ນຮາກ ຖານ. ຈຸດໃຫມ່ຂອງຮ່າງກົດໝາຍສະບັບນີ້ ເມື່ອທຽບໃສ່ລັດຖະບັນຍັດວ່າດ້ວຍການໄກ່ເກ່ຍປອງດອງຢູ່ຂັ້ນຮາກຖານ ໃນປະຈຸບັນ ແມ່ນຮັບຮູ້ບົດບາດຫລັກແຫລ່ງຂອງແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງສະມາຊິກໃນວຽກງານໄກ່ເກ່ຍປອງດອງ. ກ່ຽວກັບມາດຖານສຳລັບຜູ້ເຮັດວຽກງານໄກ່ເກ່ຍປອງດອງຢູ່ຂັ້ນຮາກຖານ, ທ່ານນາງ ຫງວຽນທິບິກຍ້ຽມ, ສສຊ ແຂວງ ອຽນບາຍ ປະກອບຄຳເຫັນວ່າ:
“ຂ້າພະເຈົ້າເຫັນດີຕໍ່ເລື່ອງ ຜູ້ເຮັດວຽກງານໄກ່ເກຍປອງດອງມີຄວາມຮູ້ດ້ານກົດໝາຍແມ່ນດີທີ່ ສຸດ ແລະ ຈຳເປັນທີ່ສຸດ. ສະນັ້ນ ຂ້າພະເຈົ້າສະເຫນີວ່າ: ກົດໝາຍສະບັບດັ່ງກ່າວຕ້ອງກຳນົດມາດຖານຂອງຜູ້ເຮັດວຽກງານໄກ່ເກ່ຍປອງ ດອງຕາມທິດເປີດ ເພື່ອເໝາະສົມກັບແຕ່ລະເຂດ, ແຕ່ລະທ້ອງຖິ່ນ. ໃນວິວັດການໄກ່ເກ່ຍປອງດອງ ຄວນສ້າງເງ່ືອນໄຂໃຫ້ແກ່ຜູ້ເຮັດວຽກງານໄກ່ເກ່ຍປອງດອງໄດ້ຮັບການ ບຳລຸງຄວາມຮູ້ດ້ານກົດໝາຍ, ຍົກສູງວິຊາສະເພາະ ແລະ ຄວາມຊຳນານງານໃນການໄກ່ເກ່ຍປອງດອງຢູ່ຂັ້ນຮາກຖານ.”