ສະພາແຫ່ງຊາດປຶກສາຫາລືກົດໝາຍວ່າດ້ວຍສຳມະໂນພົນລະເມືອງແລະກົດໝາຍວ່າດ້ວຍບັດປະຈຳຕົວພົນລະເມືອງ

ສະພາແຫ່ງຊາດປຶກສາຫາລືກົດໝາຍວ່າດ້ວຍສຳມະໂນພົນລະເມືອງແລະກົດໝາຍວ່າດ້ວຍບັດປະຈຳຕົວພົນລະເມືອງ - ảnh 1
ບັດ​ປະ​ຈຳ​ຕົວ​ພົນ​ລະ​ເມືອງ
(ພາບ​ປະ​ກອບ)

(vovworld) – ໂດຍ​ສືບ​ຕໍ່​​ລາຍ​ການ​ເຮັດ​ວຽກ​ຂອງກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່​ອ​ທີ 8, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 13, ຕອນ​ເຊົ້າ​ວັນ​ທີ 28/10, ບັນ​ດາ ສ​ສ​ຊ ໄດ້​​ປະ​ຊຸມ​ຄົບ​ຄະ​ນະ​ທີ່​ຫໍ​ປະ​ຊຸມ, ຮັບ​ຟັງ​ລາຍ​ງານກ່ຽວ​ກັບ​ບັນ​ດາ​ຮ່າງ​ກົດ​ໝາຍ​ປະ​ກາດ​ໃຊ້​ເອ​ກະ​ສານນິ​ຕິ​ກຳ, ກົດ​ໝາຍ​ວ່າ​ດ້ວຍ​ສຳ​ມະ​ໂນ​​ພົນ​ລະ​ເມືອງ ແລະ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບາງ​ເນື້ອ​ໃນ​ທີ່​ຍັງ​ມີ​ຄຳ​ເຫັນ​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ສຳ​ມະ​ໂນພົນ​ລະ​ເມືອງ. ຕອນ​ບ່າຍ​ວັນ​ດຽວ​ກັນ, ບັນ​ດາ ສ​ສ​ຊ ປຶກ​ສາ​ຫາ​ລື ບາງ​ເນື້ອ​ໃນ​ທີ່​ຍັງ​ມີ​ຄວາມ​ເຫັນ​​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດ​ໝາ​ຍ​ວ່າ​ດ້ວຍ​ບັດ​ປະ​ຈຳ​ຕົວ​ພົນ​ລະ​ເມືອງ.

        ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ສຳ​ມະ​ໂນ​ພົນ​ລະ​ເມືອງກຳ​ນົດ​ກ່ຽວ​ກັບ​ສິດ, ພັນ​ທະຈົດ​ທະ​ບຽນສຳ​ມະ​ໂນພົນ​ລະ​ເມືອງ, ຫຼັກ​ການ, ສິດ, ລະບ​ຽບ​ການ​ຈົດ​ທະ​ບຽນສຳ​ມະ​ໂນ​ພົນ​ລະ​ເມືອງ, ຂໍ້​ມູນ​​ພື້ນ​ຖານສຳ​ມະ​ໂນ​ພົນ​ລະ​ເມືອງ ແລະ ຄວາມ​ຮັບ​ຜິດ​ຊອບ​ຄຸ້ມ​ຄອງ​ຂອງ​ລັດ​ກ່ຽວ​ກັບສຳ​ມະ​ໂນພົນ​ລະ​ເມືອງ …

      ຕອນ​ບ່າຍ​ວັນ​ທີ 28/10, ສະ​ພາ​ແຫ່ງ​ຊາດ​ໄດ້​ຮັບ​ຟັງ​ກຳ​ມະ​ການ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ, ຫົວ​ໜ້າ​​ກຳ​ມາ​ທິ​ການ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ກິມ​ຄວາ, ສະ​ເໜີ​ບົດລາຍ​ງານ​ອະ​ພິ​ປາຍ, ຮັບ​ເອົາ​ຄຳ​ເຫັນ, ປັບ​ປຸງ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ບັດ​ປະ​ຈຳ​ຕົວ​ພົນ​ລະ​ເມືອງ. ກ່ຽວ​ກັບ​ຊື່​ເອີ້ນ​ຂອງ​ຮ່າງ​ກົດ​ໝາຍ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ສະ​ເໜີ​​ໃຫ້​ສະ​ບັບ​ແຫ່ງ​ຊາດຮັກ​ສາ​ຊື່​ເອີ້ນ​ວ່າ “ກົດ​ໝາຍ​ວ່າ​ດ້ວຍ​ບັດ​ປະ​ຈຳ​ຕົວ​ພົນ​ລະ​ເມືອງ” ຄື​ຮ່າງ​ກົດ​ໝາຍ​ຂອງ​ລັດ​ຖະ​ບານ​ສະ​ເໜີ. ຊື່ເອີ້ນນີ້​ເໝາະ​ສົມ​ກັບ​​ເນື້ອ​ໃນ​ຕົ້ນ​ຕໍ​ຂອງ​ຮ່າງ​ກົດ​ໝາຍ​ກຳ​ນົດ​ກ່ຽວ​ກັບ​ບັດ​ປະ​ຈຳ​ຕົວ​ພົນ​ລະ​ເມືອງ, ສິດ, ຄວາມ​ຮັບ​ຜິດ​ຊອບ, ໜ້າ​ທີ່​ຂອ​ງ​ອົງ​ການ, ອົງ​ກາ​ນ​ຈັດ​ຕັ້ງ, ບຸກ​ຄົນທີ່​ກ່ຽວ​ຂ້ອງ. ກ່ຽວ​ກັບ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ຄຸ້ມ​ຄອງ​ບັດ​ປະ​ຈຳ​ຕົວ​ພົນ​ລະ​ເມືອງ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຮັບ​ຮູ້​ວ່າ​: ເລື່ອງ​ລັດ​ຖະ​ບານມອບ​ໃຫ້​ກະ​ຊວງ​ຕຳຫຼວດ​ສ້າງ, ຄຸ້ມ​ຄອງ​ຂໍ້​ມູນ​ເອ​ກະ​ສານ​ແຫ່ງ​ຊາດ​ກ່ຽວ​ກັບ​ພົນ​ລະ​ເມືອງ​ແມ່ນ​ຮັບ​ປະ​ກັນ​ປະ​ສິດ​ທິ​ຜົນ, ປະ​ຢັດ ແລະ ມີ​ຄວາມ​ເປັນ​ໄປ​ໄດ​້. ສະ​ພາ​ແຫ່ງ​ຊາດກໍ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບາງ​ເນື້ອ​ໃນ​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ບັດ​ປະ​ຈຳ​ຕົວ​ພົນ​ລະ​ເມືອງ.

 


ຂ່າວ/ບົດ​ອື່ນ