(vovword)- ສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສະໄຫມສາມັນເທື່ອທີ 3 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13, ຕອນບ່າຍວັນທີ 6/6 ບັນດາສະມາຊິກສະພາແຫ່ງຊາດ (ສສຊ)ໄດ້ປຶກສາຫາລືຢູ່ຕາມຫນ່ວຍກ່ຽວກັບຮ່າງກົດໝາຍສະຫະກອນ ສະບັບປັບປຸງ. ບາງຄຳເຫັນຂອງ ສສຊ ສະເຫນີວ່າ ຕ້ອງເຮັດໃຫ້ຮູບແບບໂຄງປະກອບການຈັດຕັ້ງສະຫະກອນແບບໃຫມ່ເມື່ອທຽບໃສ່ແບບເກົ່າມີຄວາມຈະແຈ້ງ. ທ່ານ Le Dac Lam ສສຊ ແຂວງ Binh Thuan ປະກອບຄຳເຫັນວ່າ:
“ເມື່ອທຽບກັບວິສາຫະກິດ, ເສດຖະກິດຂອງສະຫະກອນບໍ່ເຫນືອກວ່າວິສາຫະກິດ ແຕ່ປະສິດທິຜົນດ້ານນະໂຍບາຍຂອງສະຫະກອນແມ່ນດີກວ່າຄື: ສ້າງວຽກເຮັດງານທຳໃຫ້ແກ່ຄົນງານ, ສອນວິຊາຊີບ. ຂ້າພະເຈົ້າເຫັນວ່າ ຄວນອະນຸຍາດໃຫ້ສະຫະກອນມີສິດຕັດສິນການສະຫນອງຜະລິດຕະພັນ, ບໍລິການອອກສູ່ຕະຫລາດ. ຂ້າພະເຈົ້າກໍເຫັນດີ ຕ້ອງມີນະໂຍບາຍບຸລິມະສິດດ້ານພາສີໃຫ້ແກ່ສະຫະກອນ, ພິເສດແມ່ນຢູ່ບັນດາທ້ອງຖິ່ນທີ່ປະສົບກັບຄວາມຫຍຸ້ງຍາກ.”
ບັນດາສະມາຊິກສະພາແຫ່ງຊາດ ປຶກສາຫາລືຢູ່ຕາມຫນ່ວຍ
ກ່ຽວກັບຮ່າງກົດໝາຍບາງສະບັບ
ພາບ:na.gov.vn
|
ກ່ອນຫນ້ານັ້ນ, ຕອນເຊົ້າວັນດຽວກັນ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປຶກສາຫາລືຢູ່ ຕາມຫນ່ວຍກ່ຽວກັບຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍທະນາຍຄວາມ, ແລະ ຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍໄຟຟ້າ. ກ່ຽວກັບຮ່າງກົດໝາຍສະບັບປັບປຸງ ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍທະນາຍຄວາມ, ຄຳເຫັນ ຂອງ ສສຊ ຫລາຍທ່ານຖືວ່າ: ບໍ່ຄວນອະນຸຍາດໃຫ້ລັດຖະກອນເຮັດອາຊີບທະນາຍຄວາມ ເພາະວ່າ ມັນຈະສົ່ງຜົນສະທ້ອນເຖິງລັກສະນະພາວະວິໄສຂອງການເຄື່ອນໄຫວຂອງ ທະນາຍຄວາມ. ຄຳເຫັນຂອງ ສສຊ ສ່ວນຫລາຍ ສະເຫນີໃຫ້ເພີ່ມເວລາບຳລຸງສ້າງອາຊີບທະນາຍຄວາມ ແຕ່ 6 ເດືອນ ຂຶ້ນເຖິງ 12 ເດືອນ. ທ່ານນາງ Tran Thi Hoa Sinh ສສຊ ແຂວງ Lang Son ສະເຫນີວ່າ:
“ໃນສະພາບການປະຈຸບັນ, ນັກທະນາຍຄວາມຕ້ອງໄດ້ຮັບການຍົກສູງລະດັບຄວາມຮູ້ ແລະ ກຳລັງຄວາມສາມາດ. ທະນາຍຄວາມ ຫວຽດນາມ ບໍ່ທັນມີເງື່ອນໄຂຄົບຖ້ວນເພື່ອເຂົ້າຮ່ວມ ການສູ້ຄະດີບາງກໍລະນີຟ້ອງຮ້ອງ, ພິພາກສາສາກົນ ການສູ້ຄວາມຂອງ. ເນື້ອໃນຈຳນວນຫນຶ່ງໃນກົດໝາຍ ປີ 2006 ບໍ່ເໝາະສົມອີກແລ້ວ ຕ້ອງມີການປັບປຸງ, ເພີ່ມເຕີມ.”
ສຳລັບຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍໄຟຟ້າ, ຄຳເຫັນຂອງ ສສຊ ສ່ວນຫລາຍຖືວ່າ: ປະຈຸບັນ ຂະແຫນງໄຟຟ້າ ຍັງຄົງມີສິດຜູກຂາດ. ສະນັ້ນ ຕ້ອງຮັກສາການວາງແຜນກຳນົດພັດທະນາໄຟຟ້າລະດັບຊາດ, ແຂວງ, ນະຄອນທີ່ຂຶ້ນກັບສູນກາງ ແຕ່ລະດັບເມືອງບໍ່ຄວນວາງແຜນກຳນົດ. ທ່ານ Nguyen Long Binh ສສຊ ແຂວງ Yen Bai ຍົກຄຳເຫັນວ່າ:
“ຂ້າພະເຈົ້າເຫັນວ່າ ການວາງແຜນກຳນົດພັດທະນາໄຟຟ້າ ຕ້ອງມີການຮ່ວມສຳພັນ, ຮັບໃຊ້ການພັດທະນາເສດຖະກິດ ສັງຄົມ. ໄລຍະວາງແຜນກຳນົດແມ່ນ 10 ປີ ແລະ ຕ້ອງມີການກຳນົດທິດໃຫ້ແກ່ 10 ປີຕໍ່ໄປ ສ່ວນລາຄາຂາຍໄຟຟ້າ ຂ້າພະເຈົ້າເຫັນດີປະຕິບັດຕາມກົນໄກການຕະຫລາດ ໂດຍມີການດັດສົມຄຸ້ມຄອງຂອງລັດ.”