(vovworld) - ຕອນບ່າຍວັນທີ 10/11, ສະມາຊິກສະພາແຫ່ງຊາດ (ສສຊ) ທີ່ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຫວຽດນາມ ຊຸດທີ 13, ໄດ້ຮັບຮອງເອົາມະຕິກ່ຽວກັບແຜນງົບປະມານແຫ່ງລັດປີ 2013, ຕາມນັ້ນແລ້ວ ລາຍຮັບງົບປະມານແມ່ນ 816.000 ຕື້ດົ່ງ, ລາຍຈ່າຍງົບປະມານແມ່ນ 978.000 ຕື້ດົ່ງ. ລາຍຈ່າຍງົບປະມານເກີນດຸ່ນແມ່ນ 162.000 ຕື້ດົ່ງ. ເງິນລົງທຶນໃຫ້ແກ່ການພັດທະນາແມ່ນ 175.000 ຕື້ດົ່ງ, ພັນທະບັດລັດຖະບານຈຳໜ່າຍແມ່ນບໍ່ເກີນ 60.000 ຕື້ດົ່ງ. ຫຼັງຈາກນັ້ນບັນດາ ສສຊ ໄດ້ປຶກສາຫາລືກ່ຽວກັບການສະຫຼຸບ, ຕີລາຄາຜົນແຫ່ງການປະຕິບັດທົດລອງ ຂໍ້ກຳນົດກ່ຽວກັບຜູ້ທີ່ໄດ້ຮັບແຕ່ງຕັ້ງຈາກລັດໃຫ້ປະຕິບັດໜ້າທີ່ຕ່າງໆ. ທ່ານ Bui Van Xuyen, ສສຊ ແຂວງ ທ້າຍບິ່ງ, ຍົກຄຳເຫັນວ່າ:
“ຂ້າພະເຈົ້າສະເໜີໃຫ້ສະພາແຫ່ງຊາດ ອະນຸຍາດໃຫ້ສືບຕໍ່ແກ່ຍາວການປະຕິບັດທົດລອງກ່ຽວກັບຜູ້ທີ່ໄດ້ຮັບແຕ່ງຕັ້ງຈາກລັດໃຫ້ປະຕິບັດໜ້າທີ່ຕ່າງໆ ຕື່ມອີກ 3 ປີ, ຮອດວັນທີ 31/12/2015 ໃນບໍລິເວນນະຄອນໂຮ່ຈິມິນ ແລະ ເປີດກວ້າງຕື່ມອີກຢູ່ບາງແຂວງ, ນະຄອນທີ່ຂຶ້ນກັບສູນກາງ ເພື່ອມີພື້ນຖານຕີລາຄາຢ່າງຮອບດ້ານວຽກງານນີ້ໃຫ້ດີກວ່າ. ເພື່ອປະຕິບັດທົດລອງກ່ຽວກັບຜູ້ທີ່ໄດ້ຮັບແຕ່ງຕັ້ງຈາກລັດໃຫ້ປະຕິບັດໜ້າທີ່ຕ່າງໆ ໃນໄລຍະຈະມາເຖິງໃຫ້ມີປະສິດທິຜົນ, ຂ້າພະເຈົ້າສະເໜີວ່າ ຕ້ອງມີຂໍ້ກຳນົດຢ່າງເຄັ່ງຄັດກວ່າ, ຮັບປະກັນດ້ານນິຕິກຳໃນຫ້ອງການຜູ້ທີ່ໄດ້ຮັບແຕ່ງຕັ້ງຈາກລັດ ໃຫ້ປະຕິບັດໜ້າທີ່ຕ່າງໆພ້ອມກັນນັ້ນກໍຕ້ອງເໝາະສົມກັບຫ້ອງການທະບຽນສານ, ຫ້ອງການທະນາຍຄວາມກໍຄືບັນດາອົງການຈັດຕັ້ງດ້ານນິຕິກຳອື່ນໆທີ່ພວມເຄື່ອນໄຫວ”.
ຕອນເຊົ້າວັນທີ 10/11, ບັນດາ ສສຊ ໄດ້ປຶກສາຫາລືກ່ຽວກັບຮ່າງມະຕິກ່ຽວກັບການລົງມະຕິ ແລະ ປ່ອນບັດໄວ້ວາງໃຈສຳຫຼັບຜູ້ດຳລົງຕຳແໜ່ງ ໂດຍສະພາແຫ່ງຊາດ, ສະພາປະຊາຊົນເລືອກຕັ້ງ ຫຼືໃຫ້ສັດຕະຍາບັນ. ກ່ຽວກັບສິດອຳນາດ ແລະ ເປົ້າໝາຍລົງມະຕິ. ບັນດາຄຳເຫັນຖືວ່າ, ກ່ອນອື່ນໝົດຄວນສຸມໃສ່ລົງມະຕິສຳຫຼັບບາງທ່ານທີ່ດຳລົງຕຳແໜ່ງສຳຄັນໃນກົງຈັກລັດ. ຫຼັງຈາກນັ້ນຈະສະຫຼຸບ, ຖອດຖອນບົດຮຽນ, ແລະເປີດກວ້າງເປົ້າໝາຍລົງມະຕິ, ປ່ອນບັດໄວ້ວາງໃຈ. ທ່ານນາງ Nguyen Thi Kha, ສສຊ ແຂວງ Tra Vinh, ປະກອບຄຳເຫັນວ່າ:
“ເລື່ອງລົງມະຕິ, ປ່ອນບັດໄວ້ວາງໃຈ ແມ່ນພື້ນຖານໃຫ້ແກ່ການຕີລາຄາພະນັກງານ, ວາງແຜນ, ແຕ່ງຕັ້ງພະນັກງານ. ຜົນຂອງການລົງມະຕິ, ປ່ອນບັດໄວ້ວາງໃຈ ຕ້ອງເປີດເຜີຍ, ໂປ່ງໃສ. ເລື່ອງລົງມະຕິ, ປ່ອນບັດໄວ້ວາງໃຈ ແມ່ນວຽກງານປົກກະຕິ ແລະ ຄວນປະຕິບັດໃຫ້ຖືກຕ້ອງ 3 ຢ່າງ, ນັ້ນແມ່ນຖືກຕ້ອງກ່ຽວກັບເປົ້າໝາຍ, ຂັ້ນຕອນ, ແລະ ຄຸນນະພາບ. ເຮັດໄດ້ຄືແນວນັ້ນ ຜູ້ຕາງໜ້າໃຫ້ປະຊາຊົນຈຶ່ງເຮັດຫຼ້ອນໜ້າທີ່ຂອງຕົນ“.