ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍ ວ່າດ້ວຍການລົງທຶນພາກ ລັດ

ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍ ວ່າດ້ວຍການລົງທຶນພາກ ລັດ - ảnh 1
(ພາບປະກອບ)

(vovworld) - ຕອນ​ບ່າຍ​ວັນ​ທີ 24/5, ສະພາ​ແຫ່ງ​ຊາດ​​ໄດ້ປະຊຸມ​ວາລະ​ຄົບ​ຄະນະ​ທີ່​ຫໍ​ປະຊຸມ ​ເພື່ອ​ປຶກສາ​ຫາລື​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ​ພາກ​ລັດ. ຕາມ​ການ​ຕີ​ລາຄາ​ຂອງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ​ແລ້ວ, ຮ່າງ​ກົດໝາຍ​ທີ່​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ຄັ້ງ​ນີ້​ ແມ່ນ​ເຮັດ​ແຈ້ງ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ຜູ້​ມີ​ສິດ​​ຕັດສິນ​ແຜນ​ນະ​ໂຍບາຍຢ່າງລະອຽດ​ ​ເພື່ອ​ແນ​ໃສ່​ຫຼຸດຜ່ອນ​ການ​ຮົ່ວ​ໄຫຼ, ​ຟູມ​ເຟືອຍ​ໃນ​ການ​ລົງທຶນ​ພາກລັດ. ສຳລັບ​ແຜນ​ການ​ລົງທຶນ​ໄລຍະ​​ກາງ, ມີ​ບາງ​ຄຳ​ເຫັນ​ສະ​ເໜີ​ວ່າ​ບັນດາ​ຂໍ້​ກຳນົດ​​ແຜນການ​ລົງທຶນ​ໄລຍະ​ກາງຕ້ອງ​ຮັບປະກັນ​ແກ້​ໄຂ​ສະພາບ​ລົງທຶນ​ໂດຍ​ບໍ່​ມີ​ຈຸດ​ສຸມ. ຈຳກັດ​ການ​ແບ່ງ​ແຍກ​ບັນດາ​ໂຄງການ​ລົງທຶນ​ພາກ​ລັດ​ໃນ​ປະຈຸ​ບັນ. ກ່ຽວ​ກັບ​ສິດ​ຕັດສິນ​ແຜນ​ນະ​ໂຍບາຍ​ລົງທຶນ. ສສຊ ມາຍ​ທິ​ແອ໋ງຕວຽດ, ຄະນະ ສສຊ ​ແຂວງ​ອານ​ຢາງ​ສະ​ເໜີ​ວ່າ​ຄວນ​ເພີ່ມ​ສິດ​ອຳນາດ​ໃຫ້​ຂັ້ນ​ຕາ​ແສງ ​ແລະ​ຂັ້ນ​ເມືອງ.

        “​ໃນ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ​ພາກ​ລັດ​ຄວນຄິດ​ໄລ່​ຊັ່ງຊາ​ເພື່ອອະນຸຍາດ​ໃຫ້​ຂັ້ນ​ເມືອງ, ຂັ້ນ​ຕາ​ແສງ​ໄດ້​ຕັດສິນ​ແຜນ​ນະ​ໂຍບາຍ​ລົງທຶນ, ໂຄງການ​ລົງທຶນ​ພາກ​ລັດ​ທີ່​ລື່ນຄວາມ​ສາມາດ​ສົມ​ດູ​ນງົບປະມານ​ປະຈຳ​ປີ ​​ໃຫ້ເໝາະ​ສົມ​ກັບ​ກົດ​ໝ່າ​ຍວ່າ​ດ້ວຍ​ງົບປະມານ​ໃນ​ປະຈຸ​ບັນ ​ແລະ ຫຼີກ​ເວັ້ນສະພາບ​ລົງທຶນ​ຫຼາຍ​ເກີນ​ໄປ, ສ້າງ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ງົບປະມານ​ຂອງ​ລັດ“.

        ​ໃນ​ວາລະ​ປະຊຸມ​ຕອນ​ບ່າຍ​ວັນ​ດຽວ​ກັນ, ບັນດາ ສສຊ ສ່ວນ​ຫຼາຍ​ໄດ້​ສະ​ເໜີ​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ​ພາກ​ລັດ​ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄ້ັງນີ້ ​ເພື່ອ​ແນ​ໃສ່​ສ້າງ​ການ​ຫັນປ່ຽນ​​ໃໝ່​ໃນ​ການ​ລົງທຶນ​ພາກ​ລັດ.

ຂ່າວ/ບົດ​ອື່ນ