ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍລາຄາ

ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍລາຄາ - ảnh 1
( ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 3 ສະພາ​ແຫ່ງ​ຊາດ​ຫວຽດນາມ​ ຊຸດ​ທີ 13 )

( vovworld ) -   ວັນ​ທີ 28/5, ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 3 ສະພາ​ແຫ່ງ​ຊາດ​ຫວຽດນາມ​ ຊຸດ​ທີ 13 ​ໄດ້​ກ້າວ​ເຂົ້າ​ສູ່ອາທິດ​ເຮັດ​ວຽກ​ທີ 2. ​ເນື້ອ​ໃນ​​ເຊິ່ງບັນດາ ສສຊ ​ໄດ້ປຶກສາ​ຫາລື​ໃນ​ວັນ​ທີ 28/5 ​ແມ່ນຮ່າງ​ກົດໝາຍ​ວ່າ​ດ້ວຍລາຄາ. ຮ່າງ​ກົດໝາຍ​ວ່າ​ດ້ວຍລາຄາ​ໄດ້​ກຳນົດ​ກ່ຽວ​ກັບ​ກົນ​ໄກ​ຄຸ້ມ​ຄອງ​ລາຄາສິນຄ້າ, ການ​ບໍລິການ; ການ​ປະ​ເມີນລາຄາ, ສິດ ​ແລະ ພາລະ​ຂອງບັນດາອົງ​ການ, ສ່ວນ​ບຸກຄົນ​ໃນ​ຂົງ​ເຂດ​ລາຄາ ​ແລະ ການ​ປະ​ເມີນ​ລາຄາ, ການ​ເຄື່ອນ​ໄຫວດັດ​ປັບລາຄາ​ຂອງ​ລັດ. ບັນດາ​ຄຳ​ເຫັນ​ລ້ວນ​ແຕ່ຢືນຢັນວ່າ ​ຕ້ອງ​ອະ​ນຸຍາດໃຫ້​ລັດ​ຖະບານປັບປຸງ​ລາຄາ​ຕາມ​ກົນ​​ໄກ​ການ​ຕະຫຼາດ, ​ເປີດ​ເຜີຍ,​ ກະຈ່າ​ງ​ແຈ້ງ. ບັນດາ​ຄຳ​ຄິດ​ຄຳ​ເຫັນ​​ໄດ້​ຖື​ວ່າ ​ເລື່ອງ​ສ້າງ​ກອງ​ທຶນ​ຮັກສາ​ລາຄາ​ເປັນ​ປົກກະຕິ​ແມ່ນ​ຈຳ​ເປັນ, ​ແຕ່​ຕ້ອງ​ກຳນົດ​ຢ່າງ​ຈະ​ແຈ້ງ​ໃນ​ກົດໝາຍ​ກ່ຽວ​ກັບ​ລັກສະນະ, ​ການສ້າງ​ຕັ້ງ, ​ແຫຼ່ງທຶນ ​ແລະ ກົນ​ໄກ​ຄຸ້ມຄອງ​ກອງ​ທຶນ.​ ທ່ານ Nguyen Nam Thanh, ສສຊ ​ແຂວງລ້າງ​ເຊີນ, ມີຄຳ​ເຫັນວ່າ.

        “ ກ່ຽວ​ກັບ​ບັນຊີລາຍ​ຊື່​ສິນຄ້າ, ການ​ບໍລິການ​ທີ່​ໄດ້​ຮັບ​ການຮັກສາ​ລາຄາ​ເປັນ​ປົກກະຕິນັ້ນ ​ຕາມ​ຂ້າພະ​ເຈົ້າ​ແລ້ວ ຄວນ​ສຸມ​ໃສ່​ບັນດາ​ຜະລິດ​ຕະພັນ​ທີ່​ຈຳ​ເປັນ ​ແລະ ​ນຳ​ໃຊ້ໂດຍ​ກົງ​​ຄື ນ້ຳມັນ​ອາຍ​ເກັດ, ​ໄຟຟ້າ, ຝຸ່ນ, ຢາ​ວັກ​ຊິນປ້ອງ​ກັນ​ພະຍາດ​ທີ່​ຈຳ​ເປັນ… ກ່ຽວ​ກັບ​ຫຼັກການ​ຄຸ້ມຄອງລາຄາ ຂ້າພະ​ເຈົ້າ​ຂໍສະ​ເໜີ​​ໃຫ້ເພີ່ມ​​ຫຼັກການກ່ຽວ​ກັບ​ຄວາມກະຈາ​ງ​ແຈ້ງ ​ເພາະ​ວ່າ ນີ້​ແມ່ນ​ຫຼັກການ​ທີ່​ສຳຄັນ. ຂ້າພະ​ເຈົ້າ​ສະ​ເໜີ​ວ່າ​ ຕ້ອງ​ເພີ່ມ​ເຕີມ​ຢ່າງ​ຄົບ​ຖ້ວນກວ່າ​ ​ເພື່ອ​ໃຫ້​ລັດ​ມີ​ນະ​ໂຍບາຍ​ຄຸ້ມ​ຄອງ​ລາຄາ, ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ບັນດາ​ເຂດ​ທີ່​ມີ​ເງື່ອນ​ໄຂ​ເສດຖະກິດ​ສັງຄົມປະສົບ​ຄວາມ​ຫຍຸ້ງ​ຍາກ, ບັນດາ​ຂົງ​ເຂດ​ຜະລິດ​​ໄດ້​ຮັບ​ບຸລິມະສິດ, ຜະລິດ​ຕະພັນ​ໃໝ່, ຜະລິດ​ຕະພັນສະ​ເພາະ ​ເພື່ອ​ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ ​ແລະ ຮັບປະກັນ​ຊີວິດ​ສັງຄົມ. ”

 ​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 28/5, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຢູ່​ໃນ​ໜ່ວຍກ່ຽວ​ກັບ: ​ແຜນ​ຮ່າງ​ສືບ​ຕໍ່​ປ່ຽນ​ໃໝ່, ຍົກ​ສູງ​ຄຸນ​ນະພາ​ບ, ປະສິດ​ທິຜົນ​ການ​ເຄືອ່ນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ. ຄາດ​ຄະ​ເນ​ການ​ສ້າງ​ກົ​ດໝາຍ, ລັດຖະບັນຍັດ​ຂອງ​ສະພາ​ແຫ່ງ​ຊາດ​ປີ 2013. ​ແຜນ​ຮ່າງ​ສືບ​ຕໍ່​ປ່ຽນ​ໃໝ່, ຍົກ​ສູງ​ຄຸນ​ນະພາ​ບ, ປະສິດ​ທິຜົນ​ການ​ເຄື​ອ່ນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດສຸມ​ໃສ່​ສອງ​ບັນຫາ: ​ເພີ່​ມທະວີ​ຄວາມ​ຮັບຜິດຊອບ​ຂອງ​ບັນດາ​ອົງການ​ເປັນ​ເຈົ້າການ ​ແລະ ອົງການ​ກວດ​ສອບ​ໃນ​ການສະ​ເໜີ​ບັນດາກົດໝາຍ ​ແລະ ຮ່າງ​ກົດໝາຍ, ກວດ​ສອບ​ຮ່າງ​ງົບປະມານ​ແຫ່ງ​ລັດ​ປະຈຳ​ປີ; ປ່ຽນ​ໃໝ່​ການ​ເຄື​ອ່ນ​ໄຫວ​ພົບ​ປະ​​ກັບ​ຜູ້​ມິ​ສິດ​ເລືອກ​ຕັ້ງຂອງ ສສຊ. ທ່ານ​ນາງ Nguyen Thi Nguyet Huong ສສຊ ນະຄອນ​ຮ່າ​ໂນ້ຍ ສະ​ເໜີ​ຄຳ​ເຫັນ:

  “ຂ້າພະ​ເຈົ້າ​ເຫັນ​ດີ​ເປັນ​ເອກະ​ພາບ​ຕໍ່​ກັບ​ການ​ປ່ອນ​ບັດ​ໄວ້​ວາງ​ໃຈ ສຳລັບ​ບາງ​ຕຳ​ແໜ່ງ​ໂດຍ​ສະພາ​ແຫ່ງຊາດ​ແຕ່ງຕັ້ງ ຫລື​ໃຫ້​ສັດຕະຍາບັນ. ​ເລື່ອງ​ປ່ອນ​ບັດ​ໄວ້​ວາງ​ໃຈ​ເຮັດ​ໃຫ້ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ​ມີ​ສິດ​ຫຼາຍ​ກ່ວາ ​ແລະ ລັດຖະບານ​ກໍ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ຕໍ່​ພັກ, ປະຊາຊົນ. ຂ້າພະ​ເຈົ້າສະ​ເໜີ​ວ່າ: ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງຕ້ອງ​ມີ​ຫຼາຍ​ຮູບ​ຫຼາຍ​ແບບ, ອາດ​ຈະ​ພົບ​ປະ​ຕາມ​ຫົວ​ເລື່ອງສະ​ເພາະ, ລົງພົບ​ປະ​ຢູ່​ທ້ອງ​ຖິ່ນ, ຢູ່​ບ່ອນ​ເຮັດ​ວຽກ….

 

ຂ່າວ/ບົດ​ອື່ນ