ທ່ານ Tran Du Lich ສະມາຊິກສະພາແຫ່ງຊາດນະຄອນໂຮ່ຈິມິນ
(ພາບ:economy.vn)
|
(vovworld)- ວັນທີ 30/10, ບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບສະພາບການປະຕິບັດແຜນການພັດທະນາ ເສດຖະກິດ-ສັງຄົມປີ 2012, ແຜນການພັດທະນາເສດຖະກິດ-ສັງຄົມປີ 2013. ກ່ຽວກັບສະພາບການປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມປີ 2012, ບັນດາຄຳເຫັນໄດ້ເຫັນດີເປັນເອກະພາບວ່າ: ນະໂຍບາຍບໍລິຫານເສດຖະກິດມະຫາພາກຂອງລັດຖະ ບານໃນປະຈຸບັນພວມປະຕິບັດຢ່າງຖືກທິດ, ບັນລຸໄດ້ 10 ໃນຈຳນວນ 15 ຄາດໝາຍທີ່ໄດ້ວາງອອກ.. ໃນ 9 ເດືອນຜ່ານມາ, ເສດຖະກິດມະຫາພາກໄດ້ຮັບການຮັກສາໄວ້ເປັນປົກກະຕິ, ຮັບປະກັນຊີວິດສັງຄົມ, ໄຟເງິນເຟີ້ໄດ້ຮັບການຄວບຄຸມໃນເບື້ອງຕົ້ນແລ້ວທ່ານ Tran Du Lich ສະມາຊິກສະພາແຫ່ງຊາດນະຄອນໂຮ່ຈິມິນ ໃຫ້ຄຳເຫັນວ່າ:
“ກ່ຽວກັບແຜນການປີ 2013, ບັນດາຄາດໝາຍໃຫ່ຍຊື່ງລັດຖະບານຍົກອອກມາໄດ້ຮັບການຊັ່ງຊາຢ່າງລະອຽດ ທີ່ສຸດ. ຍົກຕົວຢ່າງຄື: ຄາດຄະເນ GDP ປີ 2013 ບັນລຸ 5,5% ແມ່ນອາດຈະປະຕິບັດໄດ້ ຖ້າຫາກພວກເຮົາມີບັນດາມາດຕະການທີ່ແຮງກ່ວາເພື່ອຟື້ນຕົວພື້ນຖານ ເສດຖະກິດ. ບໍ່ຈຳເປັນຕ້ອງມີການລົງທຶນໃໝ່, ພຽງແຕ່ຂຸດຄົ້ນສິ່ງທີ່ມີຢູ່ນັ້ນ, ລະດັບເຕີບໂຕ GDP ກໍ່ຈະບັນລຸໄດ້ 7% ແລ້ວ“.
ບັນດາຄຳເຫັນໄດ້ເນັ້ນໜັກວ່າ: ໜ້າທີ່ອັນດັບໜຶ່ງໃນປະຈຸບັນແມ່ນ: ສືບຕໍ່ຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ແກ້ໄຂໜີ້ເສຍ, ພ້ອມທັງສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ດ້ວຍເລື່ອງສ້າງຕັ້ງຄະນະ ກຳມະການແຫ່ງຊາດກ່ຽວກັບການສ້າງໂຄງປະກອບເສດຖະກິດຄືນໃໝ່ໂດຍທ່ານ ນາຍົກລັດຖະມົນຕີ ນຳໜ້າ. ທ່ານ Le Huu Duc ສະມາຊິກສະພາແຫ່ງຊາດແຂວງ Khanh Hoaໃຫ້ຄຳເຫັນວ່າ:
“ຂ້າພະເຈົ້າເຫັນດີກັບທັດສະນະຂອງກະຊວງການເງິນແມ່ນໜ້າ ທີ່ແກ້ໄຂໜີ້ເສຍແມ່ນຂອງບັນດາອົງການສິນເຊື່ອ ແລະ ທະນາຄານ. ແຕ່ວ່າເພື່ອແກ້ໄຊບັນຫານີ້ໃຫ້ເຖິງຖອງ ຂ້າພະເຈົ້າສະໜັບສະໜູນແຜນນະໂຍບາຍສ້າງຕັ້ງບໍລິສັດຊື້ຂາຍໜີ້ແຫ່ງຊາດ ຂອງລັດຖະບານເພື່ອແກ້ໄຂໜີ້ເສຍ. ເພື່ອແກ້ໄຂສິນຄ້າຄ້າງສາງ, ຕ້ອງຊຸກຍູ້ການໃຊ້ສອຍ, ຕ້ອງຈຳໜ່າຍພັນທະບັດກິດຈະກຳໃຫ້ບາງກິດຈະກຳກໍ່ສ້າງຈຸດສຸມຂອງຊາດ, ຊີວິດຂອງປະຊາຊົນ, ໃຫ້ບຸລິມະສິດແກ້ຄົມມະນາຄົມຂົນສົ່ງ….”
ແລະ ກໍໃນວັນທີ 30/10, ສະມາຊິກລັດຖະບານບາງທ່ານຍັງອະພິປາຍ, ໃຫ້ຄຳຕອບກ່ຽວກັບບັນດາບັນຫາຊຶ່ງບັນດາ ສ.ສ.ຊ ແລະ ຜູ້ມີສິດເລືອຕັ້ງມີຄວາມ ສົນໃຈ. ທ່ານນາງ Nguyen Thi Kim Tien ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມໃຫ້ຮູ້ວ່າ: ຂະແໜງສາທາລະນະສຸກເອົາໃຈໃສ່ເປັນພິເສດເຖິງເຖິງວຽກງານສຸຂະພິບານ, ເປັນຕົ້ນແມ່ນປະກັນສຸຂະພາບ. ທ່ານນາງ ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ Nguyen Thi Kim Tien ກ່າວວ່າ :
“ສຳລັບບັນຫາປະກັນສຸຂະພາບທົ່ວປວງຊົນ, ນີ້ແມ່ນຄວາມຫວັງ, ແຕ່ກໍເຕັມໄປດ້ວຍສິ່ງທ້າທາຍສຳລັບບັນດາປະເທດພວມພັດທະນາ. ຫວຽດນາມພວມນຳໜ້າພ້ອມກັບທະນາຄານໂລກ ແລະ ບັນດາອົງການຈັດຕັ້ງສາກົນ, ພະຍາຍາມເຖິງປີ 2020 ຈະບັນລຸຢ່າງໜ້ອຍ 80% ລືນກາຍລະດັບປະຈຸບັນ ແມ່ນ 68%. ພວກຂ້າພະເຈົ້າໃຫ້ບຸລິມະສິດແກ່ເປົ້າໝາຍຜູ້ທຸກຍາກ, ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ເດັກນ້ອຍໄວຕ່ຳກ່ວາ 6 ປີ, ຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ ແລະ ອື່ນໆ ” .