(vovworld) – ສະພາແຫ່ງຊາດປຶກສາຫາລືມະຕິປັບປຸງກ່ຽວກັບການລົງຄະແນນສຽງໄວ້ວາງໃຈ - ນີ້ແມ່ນເນື້ອໃນການເຮັດວຽກໃນຕອນບ່າຍວັນທີ 20/11 ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດ ຊຸດທີ 13. ຕອນເຊົ້າວັນດຽວກັນ, ສະພາແຫ່ງຊາດໄດ້ລົງມະຕິຮັບຮອງເອົາກົດໝາຍວ່າດ້ວຍສະພາແຫ່ງຊາດ (ສະບັບປັບປຸງ), ກົດໝາຍວ່າດ້ວຍບັດປະກັນສັງຄົມ (ສະບັບປັບປຸງ) ດ້ວຍອັດຕາບັດເຫັນດີສູງ. ຈາກນັ້ນ, ສະພາແຫ່ງຊາດ ປຶກສາຫາລື ຢູ່ຫໍປະຊຸມກ່ຽວກັບແຜນຮ່າງປ່ຽນໃໝ່ໂຄງການ, ປື້ມຕຳລາຮຽນສຶກສາສາມັນ.
ຕອນບ່າຍວັນທີ 20/11, ສະພາແຫ່ງຊາດໄດ້ຮັບຮອງເອົາຮ່າງກົດໝາຍວ່າດ້ວຍບັດປະຈຳຕົວພົນລະເມືອງ ແລະ ຮ່າງກົດໝາຍສຳມະໂນພົນລະເມືອງ ແລະ ກໍ່ໃນຕອນບ່າຍວັນດຽວກັນ. ສະພາແຫ່ງຊາດປຶກສາຫາລືບາງເນື້ອໃນຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງກົດໝາຍມະຕິສະບັບປັບປຸງເພີ່ມເຕີມບາງຂໍ້ຂອງມະຕິສະພາແຫ່ງຊາດກ່ຽວກັບເລື່ອງລົງຄະແນນສຽງໄວ້ວາງໃຈ, ປ່ອນບັດໄວ້ວາງໃຈສຳລັບຜູ້ດຳລົງຕຳແໜ່ງໂດຍສະພາແຫ່ງຊາດ, ສະພາປະຊາຊົນເລືອກຕັ້ງຫຼືໃຫ້ສັດຕະຍາບັນ
ກ່ອນໜ້ານັ້ນ, ຕອນບ່າຍວັນທີ 19/11, ສະພາແຫ່ງຊາດໄດ້ສິ້ນສຸດວາລະຊັກຖາມບັນດາສະມາຊິກລັດຖະບານເປັນເວລາກ່ວາ 2 ວັນ. ກ່າວຄຳເຫັນສະຫລຸບວາລະຊັກຖາມ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ຢືນຢັນວ່າ: ບັນດາວາລະຊັກຖາມ ໄດ້ຮັບຄຳເຫັນຕັ້ງໜ້າຈາກຜູ້ມີສິດເລືອກຕັ້ງ ແລະ ສສຊ, ສະແດງໃຫ້ເຫັນຄວາມຕັດສິນໃຈລວມຂອງລັດຖະບານແມ່ນສູ້ຊົນປະຕິບັດໜ້າທີ່ເຊິ່ງສະພາແຫ່ງຊາດມອບໝາຍໃຫ້ຢ່າງມີໄຊ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ສະເໜີວ່າ: ພາຍຫຼັງວາລະຊັກຖາມ, ບັນດາລັດຖະມົນຕີ, ຫົວໜ້າຂະແໜງຈະຕັ້ງໜ້າປະຕິບັດບັນດາຄຳໝັ້ນສັນຍາຂອງຕົນຕໍ່ໜ້າຜູ້ມີສິດເລືອກຕັ້ງຢ່າງມີໄຊ ເພື່ອລາຍງານຕໍ່ສະພາແຫ່ງຊາດໃນສະໄໝປະຊຸມຈະມາເຖິງ.