ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍການວາງແຜນຜັງ

ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍການວາງແຜນຜັງ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ​ແລະ​ການ​ລົງ​ທຶນຫງວຽນ​ຈິ໋​ຢຸງ
(ພາບ: TTXVN)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 21/11, ສະ​ພາ​ແຫ່ງ​ຊາດ​ໄດ້​ປຶກ​ສາ​ຫາ​ລື​ບາງ​ເນືຶ້ອ​ໃນ​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ໃນ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ວາງ​ແຜນ​ຜັງ. ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຢືນ​ຢັນ​ຄວາມ​ຈຳ​ເປັນ​ຕ້ອງ​ປະ​ກາດ​ໃຊ້​ກົດ​ໝາຍ​ວ່າ​ດ້ວຍ​ການ​ວາງ​ແຜນ​ຜັງ ເພື່ອ​ແນ​ໃສ່​ແກ້​ໄຂ​ບັນ​ດາ​ສິ່ງ​ຈ​ຳ​ກັດ, ອ່ອນ​ດ້ອຍ​ໃນ​ວຽກ​ງານ​ວາງ​ແຜນ​ຜັງ​​ໄລ​ຍະ​ຜ່ານ​ມາ. ວຽກ​ງາ​ນ​ວາງ​ແຜນ​ຜັງ​ແມ່ນ​ການ​ຫັນ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ​ນະ​ໂຍ​ບາຍ​ຂອງ​ພັກ ແລະ ລັດ ກ່ຽວ​ກັບ​ການ​ກຳ​ນົດ​ທິດ​ພັດ​ທະ​ນາ​ປະ​ເທດ​ຊາດ​ເປັນ​ລະ​ອຽດ, ສ້າງ​ຄວາມ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ໃນ​ການ​ຊີ້​ນຳ​​ບໍ​ລິ​ຫານຈາກ​ຂັ້ນ​ສູນ​ກາງ​ລົງ​ຮອດ​ຂັ້ນ​ທ້ອງ​ຖິ່ນ, ສະ​ແດງ​ໃຫ້​ເຫັນ​ທັງ​ເນື້ອ​ໃນ​ການ​ສ້າງ, ແຜນ​ຜັງ ແລະ ຄຸ້ມ​ຄອງ​​ການ​ປະ​ຕິ​ບັດ​ແຜນ​ຜັງ. ແລະ​ກໍ​ໃນ​ວັນ​ທີ 21/11, ສະ​ພາ​ແຫ່ງ​ຊາດ​ໄດ້​ປຶກ​ສາ​ຫາ​ລື​ບາງ​ເນື້ອ​ໃນ​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍພິ​ທັກ​ຮັກ​ສາ.

ຂ່າວ/ບົດ​ອື່ນ