ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍເຮືອນຢູ່ ແລະ ອະສັງຫະລິມະຊັບ (ສະບັບປັບປຸງ)
(ພາບປະກອບ)
(vovworld) -ຕອນບ່າຍວັນທີ 24/10, ເມື່ອປຶກສາຫາລືຢູ່ຫໍປະຊຸມກ່ຽວກັບບາງເນື້ອໃນທີ່ຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງ ກົດໝາຍວ່າດ້ວຍດຳເນີນທຸລະກິດອະສັງຫະລິມະຊັບ (ສະບັບປັບປຸງ). ສະມາຊິກສະພາແຫ່ງຊາດ (ສສຊ)ຫຼາຍທ່ານໄດ້ຢືນຢັນວ່າ, ຮ່າງກົດໝາຍໄດ້ມີຂໍ້ກຳນົດຕ່າງໆຮັບປະກັນລັກສະນະເປີດເຜີຍ, ຈະແຈ້ງ ແລະ ບັນດາຂໍ້ມູນກ່ຽວກັບຕະຫຼາດອະສັງຫະລິມະຊັບ. ແນໃສ່ປົກປ້ອງໃຫ້ລູກຄ້າ, ຮັບປະກັນການຄຸ້ມຄອງລັດ. ທ່ານ ເຈິ່ນຢູລີກ, ສສຊ ຄະນະນະຄອນໂຮ່ຈີມິນ, ຍົກຄຳເຫັນວ່າ:
“ຂ້າພະເຈົ້າຕີລາຄາສູງຮ່າງກົດໝາຍຄັ້ງນີ້ບັນລຸໄດ້ 2 ຄາດໝາຍ ນັ້ນແມ່ນແກ້ໄຂຄວາມຕິດຄັດເພື່ອພັດທະນາຕະຫຼາດອະສັງຫະລິມະຊັບ, ທີສອງແມ່ນມີບາງຂໍ້ກຳນົດເຮັດໃຫ້ຕະຫຼາດອະສັງຫະລິມະຊັບກະຈ່າງແຈ້ງ“.
ເຖິງຢ່າງໃດກໍ່ຕາມ, ບັນດາ ສສຊ ກໍ່ສະເໜີຮ່າງກົດໝາຍຕ້ອງຮັບປະກັນລັກສະນະເປັນເອກະພາບ, ເໝາະສົມກັບກົດໝາຍວ່າດ້ວຍເຮືອນຢູ່ ແລະ ກົດໝາຍອື່ນໆ, ແກ້ໄຂສະພາບສວຍໃຊ້ຊ່ອງວ່າງຂອງນະໂຍບາຍກົດໝາຍເພື່ອຍືດນຳໃຊ້, ສວມອຳນາດ, ແກ່ງແຍ້ງໃນຂົງເຂດດຳເນີນທຸລະກິດອະສັງຫະລິມະຊັບ. ບາງຄຳເຫັນສະເໜີຄວນກວດກາບັນດາປະເພດອະສັງຫະລິມະຊັບທີ່ນຳເຂົ້າດຳເນີນທຸລະກິດ, ເງື່ອນໄຂສຳລັບບາງ ອະສັງຫະລິມະຊັບທີ່ຖືກນຳເຂົ້າດຳເນີນທຸລະກິດ, ຄິດໄລ່ເຖິງເລື່ອງກຳນົດທຶນດຳລັດຢ່າງໜ້ອຍສຸດແມ່ນ 20 ຕື້ດົ່ງ ເມື່ອດຳເນີນທຸລະກິດ ອະສັງຫະລິມະຊັບ.
ກ່ອນໜ້ານັ້ນ, ຕອນເຊົ້າວັນທີຕອນເຊົ້າວັນທີ 24/10, ສະພາແຫ່ງຊາດໄດ້ຮັບຟັງບົດລາຍງານອະພິປາຍ, ຮັບເອົາຄຳເຫັນ, ປັບປຸງຮ່າງກົດໝາຍວ່າດ້ວຍເຮືອນຢູ່ (ສະບັບປັບປຸງ) ແລະ ປຶກສາຫາລືບາງເນື້ອໃນທີ່ຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງກົດໝາຍນີ້. ບາງເນື້ອໃນຍັງມີຄວາມເຫັນແຕກຕ່າງກັນເຊິ່ງຈະສຸມໃສ່ປຶກສາຫາລືຄື ຂໍ້ກຳນົດກ່ຽວກັບຈຸດເວລາມອບໂອນກຳມະສິດ, ກຳມະສິດເຮືອນຢູ່ຂອງອົງການຈັດຕັ້ງ, ສ່ວນບຸກຄົນຊາວຕ່າງປະເທດ; ນະໂຍບາຍເຮືອນຢູ່ລັດຖະການ; ນະໂຍບາຍເຮືອນຢູ່ສັງຄົມ, ກອງທຶນພັດທະນາເຮືອນຢູ່ສັງຄົມ; ກຳນົດເວລານຳໃຊ້ຄົວເຮືອນໃນເຂດເຮືອນຕຶກຫຼາຍຊັ້ນ ແລະ ກຳມະສິດລວມຄົວເຮືອນໃນເຂດເຮືອນຕຶກຫຼາຍຊັ້ນ