(ວາລະປະຊຸມຄົບຄະນະ ຮັບຟັງບົດລາຍງານອະພິປາຍ, ຮັບເອົາ
ຄຳເຫັນ, ປັບປຸງຮ່າງປະມວນກົດໝາຍດຳເນີນຄະດີອາຍາ)
(vovworld) – ຕອນເຊົ້າວັນທີ 6/11, ສະພາແຫ່ງຊາດໄດ້ດຳເນີນວາລະປະຊຸມຄົບຄະນະຢູ່ຫໍປະຊຸມ, ຮັບຟັງບົດລາຍງານອະພິປາຍ, ຮັບເອົາຄຳເຫັນປະກອບ, ປັບປຸງຮ່າງປະມວນກົດໝາຍດຳເນີນຄະດີອາຍາ (ສະບັບປັບປຸງ) ແລະ ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບເນື້ອໃນບາງຢ່າງທີ່ຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງປະມວນກົດໝາຍນີ້. ຮ່າງປະມວນກົດໝາຍດຳເນີນຄະດີອາຍາ (ສະບັບປັບປຸງ) ຄັ້ງນີ້ ໄດ້ຫັນເປັນລະອຽດບັນດາຂໍ້ກຳນົດກ່ຽວກັບການໂຕ້ຄວາມໃນຄະດີອາຍາເພື່ອ ຫລີກລ້ຽງການພັດສິນໂທດຢ່າງຜິດພາດ. ຮ່າງກົດໝາຍໄດ້ເພີ່ມເຕີມຫລາຍຂໍ້ກຳນົດ ເພື່ອໃຫ້ຜູ້ແກ້ຄວາມປະຕິບັດການແກ້ຄວາມໃຫ້ບຸກຄົນຖືກກັກຂັງຊົ່ວຄາວ, ຜູ້ຖືກຫາ, ຈຳເລີຍໃຫ້ດີກ່ວາ. ຕາມນັ້ນແລ້ວ ຜູ້ແກ້ຄວາມມີສິດສຳຫລວດກວດກາ, ຕີລາຄາຫລັກຖານ, ຂອງກາງ, ເອກະສານຕ່າງໆ…ທີ່ກ່ຽວຂ້ອງເຖິງການແກ້ຄວາມຕາມກຳນົດຂອງປະມວນຂໍ້ ກົດໝາຍນີ້.