(VOVWORLD) - ນີ້ແມ່ນຮ່າງກົດໝາຍທີ່ມີຂອບຂະໜາດປັບປຸງທີ່ກວ້າງຂວາງ, ມີເນື້ອໃນຍາກ, ສັບສົນ, ມີຜົນກະທົບທີ່ໃຫຍ່ຫຼວງຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ບັນດາການເຄື່ອນໄຫວພັດທະນາເສດຖະກິດ ສັງຄົມ.
ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດ ຫວຽດນາມຊຸດທີ XV (ພາບ: quochoi.vn) |
ຕອນເຊົ້າວັນທີ 9 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດ ຫວຽດນາມຊຸດທີ XV, ບັນດາສະມາຊິກສະພາແຫ່ງຊາດໄດ້ຮັບຟັງບົດລາຍງານອະທິບານ, ຮັບຮູ້, ປັບປຸງຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ), ລາຍງານການສຳຫຼວດກວດກາຮ່າງກົດໝາຍ ແລະ ປຶກສາຫາລືເປັນກຸ່ມກ່ຽວກັບຮ່າງກົດໝາຍສະບັບນີ້. ນີ້ແມ່ນຮ່າງກົດໝາຍທີ່ມີຂອບຂະໜາດປັບປຸງທີ່ກວ້າງຂວາງ, ມີເນື້ອໃນຍາກ, ສັບສົນ, ມີຜົນກະທົບທີ່ໃຫຍ່ຫຼວງຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ບັນດາການເຄື່ອນໄຫວພັດທະນາເສດຖະກິດ ສັງຄົມ.
ທີ່ການປຶກສາຫາລືກ່ຽວກັບຮ່າງກົດໝາຍ, ມີສະມາຊິກບາງທ່ານໄດ້ປະກອບຄຳເຫັນກ່ຽວກັບການເປີດກ້ວາງເປົ້າໝາຍໄດ້ຮັບການມອບໂອນກຳມະສິດນຳໃຊ້ດິນກະສິກຳ, ໃນນັ້ນມີດິນປູກເຂົ້າ, ຍັງບໍ່ທັນໄດ້ເຮັດໃຫ້ຈະແຈ້ງກ່ຽວກັບເງື່ອນໄຂຂອງສ່ວນບຸກຄົນທີ່ບໍ່ເຂົ້າຮ່ວມການຜະລິດກະສິກຳໂດຍກົງ ແຕ່ໄດ້ຮັບການໂອນກຳມະສິດນຳໃຊ້ດິນກະສິກຳ. ສິ່ງນີ້ຈະຊ້ອນແຝງຄວາມສ່ຽງວ່າ ສ່ວນບຸກຄົນດັ່ງກ່າວບໍ່ນຳໃຊ້ດິນເຂົ້າໃນການຜະລິດກະສິກຳຢ່າງແທ້ຈິງແຕ່ພັດໂຮມດິນເພື່ອນຳເຂົ້າຜະລິດ, ດຳເນີນທຸລະກິດ… ດັ່ງນັ້ນ, ສະເໜີປັບປຸງຂໍ້ກຳນົດຮ່າງກົດໝາຍຕາມທິດທີ່ເຄັ່ງຄັດກ່ວາອີກກ່ຽວກັບເງື່ອນໄຂໂອນກຳມະສິດນຳໃຊ້ດິນກະສິກຳ.