ສະພາແຫ່ງຊາດປຶກສາຫາລືແຜນການພັດທະນາເສດຖະກິດສັງຄົມຊຸມເດືອນຕົ້ນປີ 2012

(vovworld) - ວັນ​ທີ 7/6, ບັນດາ ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ໝາກຜົນ​ການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ງົບປະມານ​ແຫ່ງ​ລັດ​ປີ 2011, ​ເລື່ອງ​ຜັນ​ຂະຫຍາຍ​ການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ ສັງຄົມ ​ແລະ ງົບປະມານ​ແຫ່ງ​ລັດ​ໃນ​ຊຸມ​ເດືອນ​ຕົ້ນ​ປີ 2012. 

ສະພາແຫ່ງຊາດປຶກສາຫາລືແຜນການພັດທະນາເສດຖະກິດສັງຄົມຊຸມເດືອນຕົ້ນປີ 2012 - ảnh 1
ກອງປະຊຸມສະໄຫມສາມັນເທື່ອທີ 3 ສະພາແຫ່ງຊາດຊຸດທີ 13
ພາບ: internet

ໃນ​ຊຸມ​ເດືອນ​ຕົ້ນ​ປີ 2012, ດ້ວຍ​ເລື່ອງ​ສືບ​ຕໍ່​ປະຕິບັດ​ຈຸດໝາຍ​ຄວບ​ຄຸມ​ໄພ​ເງິ​ເຟີ້, ຮັກສາ​ເສດຖະກິດມະຫາ​ພາກ​ເປັນ​ປົກກະຕິ, ມາດ​ຕະການ​ຂອງລັດຖະບານ​ໃນ​ການ​ຫລຸດຜ່ອນ​ດັດຊະນີ​ລາຄາ​ໃຊ້​ສອຍ​ລົງ​ລະດັບ 2,6% ຊຶ່ງ​ແມ່ນ​ລະດັບ​ຕຳ່​ສຸດ​ໃນ​ຮອບ 3 ປີຜ່ານມາ, ການ​ນຳ​ເຂົ້າ​ເກີນ​ດຸນ​ກໍ​ຫລຸດ​ລົງ, ອັດຕາ​ດອກ​ເບ້ຍ​ຄ່ອຍ​ໆຫລຸດ​ລົງ, ອັດຕາ​ແລກປ່ຽນ​ເງິນຕາ​ຕ່າງປະ​ເທດ​ເປັນ​ປົກກະຕິ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ລະດັບ​ການ​ເຕີບ​ໂຕ GDP ​ໃນ​ໄຕ​ມາດ 1 ປີ 2012 ບັນລຸ​ພຽງ 4% ​ເຊິ່ງ​ແມ່ນ​ລະດັບ​ຕຳ່​ຫລາຍ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ຊຸມ​ປີ​ກ່ອນ. ຄຳ​ເຫັນຂອງ ສສຊ ຫລາຍ​ທ່ານ​ສະ​ເຫ​ນີວ່າ ຈົ່ງ​ສືບ​ຕໍ່​ບຸລິມະສິດ​ການ​ລົງທຶນ​ໃຫ້​ແກ່​ກະສິກຳ, ຊົນນະບົດ ​ແລະ ​ເສດຖະກິດ​ທະ​ເລ. ປະຕິບັດ​ມະຕິ​ເລກທີ 13 ຂອງ​ລັດຖະບານ​ກ່ຽວ​ກັບ​ບາງ​ມາດ​ຕະການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ຫນູນ​ຊ່ວຍ​ຕະຫລາດ.​ ທ່ານ Tran Van Minh ສສຊ ​ແຂວງ ກວ໋າງນີງ ປະກອບ​ຄຳ​ເຫັນ​ວ່າ:

        “ສຳລັບ​ຕະຫລາດ​ພາຍ​ໃນ​ປະ​ເທດ ຄວນ​ຍູ້​ແຮງ​ໂຄງການ​ສົ່ງ​ເສີມ​ການຄ້າເພື່ອ​ຈຳຫນ່າຍ​ຜະລິດ​ຕະພັນ, ສືບ​ຕໍ່​ຍູ້​ແຮງ​ຂະ​ບວນການ​ຊາວ ຫວຽດນາມ ບຸລິມະສິດ​ນຳ​ໃຊ້​ສິນຄ້າ​ຂອງ​ຫວຽດນາມ. ສຳລັບ​ຕະຫລາດ​ຕ່າງປະ​ເທດ ຄວນ​ເພ​ີ່ມທະວີ​ການ​ສົ່ງ​ເສີມ​ດ້ານ​ການ​ຄ້າ​ເພື່ອ​ຍູ້​ແຮ​ງການ​ສົ່ງ​ອອກ, ສ້າງ​ແຜ​ນຮ່າງ​ສ້າງໂຄງ​ປະກອບ​ເສດຖະກິດ​ຄືນ​ໃຫມ່​ທີ່​ມີ​ຄຸນ​ນະ​ພາບ ​ແລະ ຜັນ​ຂະຫຍາຍ​ແຜນ​ຮ່າງ​ນີ້​ຢ່າງ​ມີ​ປະສິດທິ​ຜົນ.”

ສະພາແຫ່ງຊາດປຶກສາຫາລືແຜນການພັດທະນາເສດຖະກິດສັງຄົມຊຸມເດືອນຕົ້ນປີ 2012 - ảnh 2
ພາບປະກອບ:internet

ກ່ຽວ​ກັບໝາກຜົນ​ແຫ່ງ​ການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ງົບປະມານ​ແຫ່ງ​ລັດ​ປີ 2011,
ມີ 15/22 ດັດຊະນີ​ເສດຖະກິດ​ສັງຄົມ​ບັນລຸ​ໄດ້​ຄາດໝາຍ ​ແລະ ​ລື່ນ​ກາຍ​ແຜນການ​ທີ່​ວາງ​ອອກ. ສິ່ງ​ດັ່ງກ່າວ​ຢັ້ງຢືນ​ໃຫ້​ເຫັນ​ວ່າ ການ​ບໍລິຫານ​ຂອງ​ລັດຖະບານ​ມີ​ປະສິດທິ​ຜົນ, ພິ​ເສດ​ການ​ຜັນ​ຂະຫຍາຍ​ມະຕິ​ເລກທີ 11 ຂອງ​ລັດຖະບານ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ຕົ້ນຕໍ​ໃນ​ການ​ສຸມ​ໃສ່​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຮັບປະກັນ​ຊີວິດ​ສັງຄົມ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ,​ບັນດາ​ຕົ​ວ​ເລກ​ຄາດໝາຍ​ດັ່ງກ່າວ​ບໍ່​ທັນ​ບັນລຸ​ບາງ​ຕົວ​ເລກ​ຄາດໝາຍ​ສຳຄັນ​ໄດ້.​ໃນ​ນັ້ນ ລະດັບ​ຈະ​ເລີ​ນ​ເຕີບ​ໂຕ GDP ບັນລຸ​ພຽງ 5,89% ​ເຊິ່ງຕຳ່​ກວ່າ​ຫລາຍ​ເມື່ອ​ທຽບ​​ໃສ່​​ຄາດໝາຍທີ່ວາງ​ອອກ 7 - 7,5%. ຄຳ​ເຫັນ​ຂອງ ສສຊ ຫລາຍ​ທ່ານ​ຖື​ວ່າ: ພື້ນຖານ​ເສດຖະກິດ ຫວຽດນາມ ພວມ​ຜ່າ​ນຜ່າ​ໄລຍະ​ຫຍຸ້ງຍາກ, ​ແຕ່​ບັນດາ​ມາດ​ຕະການ​ຂອງ​ລັດຖະບານ​ກ່ຽວ​ກັບ​ການ​ຫນູນ​ຊ່ວຍ​ວິ​ສາ​ຫະກິດ​ບໍ່​ທັນ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ຂອງວິ​ສາ​ຫະກິດໄດ້​ຢ່າງ​ເຖິງ​ຖອງ​. ບາງ​ຄຳ​ເຫັນ​ສະ​ເຫ​ນີ​ວ່າ ບໍ່​ຄວນ​ໂຍະຍານ​ນະ​ໂຍບາຍ​​ເງິນຕາ​ໃນ​ສະພາບ​ການ​ປະຈຸ​ບັນ ​ເພາະວ່າ ​ໄພ​ເງິນ​ເຟີ້​ອາດ​ຈະ​ກັບ​ຕ່າວ​ຄືນ​ມາ​ບໍ່​ວ່າ​ໃນ​ເວລາ​​ໃດ ​ແລະ ຢຸດຕິ​ສະພາບ​ການ​ທີ່ບັນດາ​ກຸ່ມ​ບໍລິສັດ, ບໍລິສັດ​ໃຫຍ່​​ແຫ່ງ​ລັດ​ລົງທຶນ​ອອກ​ສູ່​ຕ່າງປະ​ເທດ​ບໍ່​ບັນລຸ​ປະສິດທິ​ຜົນ​. ທ່ານ  Nguyen Cao Son ສສຊ ​ແຂວງ ຮວ່າ​ບີ່​ງ ສະ​ເຫ​ນີວ່າ:

        “ລັດຖະບານ​ສືບ​ຕໍ່​ຄົ້ນ​ຄ້ວາ​​ບັນດາ​ມາດ​ຕະການ​ເພື່ອ​ຊ່ວຍ​ເຫລືອ​ວິ​ສາ​ຫະກິດ ດ້ວຍ​ບັນດາ​ຮູບ​ການ​ຄື: ສືບ​ຕໍ່​ແກ່ຍາວ​ການ​ກຳນົດ​ເວລາ​ເກັບ​ອາກອນ, ຍົກ​ເວັ້ນ ຫລຸດຜ່ອນ​ອາກອນ, ກະ​ຕຸ້ນ​ຄວາມ​ຕ້ອງການ​ໃຊ້​ສອຍ. ​ເພື່ອ​ຫລຸດຜ່ອນ​ຄວາມ​ກົດ​ດັນ​ໃຫ້​ແກ່​ບັນດາ​ທະນາຄານ ຂ້າພະ​ເຈົ້າ​ສະ​ເຫ​ນີ​ວ່າ ລັດຖະບານ​ຕ້ອງ​ຊີ້​ນຳ​ໃຫ້​ແກ່​ບັນດາ​ທ້ອງ​ຖິ່ນ​ສ້າງ​ຕັ້ງ​ກອງ​ທຶນ​ຫນູນ​ຊ່ວຍ​ການ​ພັດທະນາ​ໃຫ​້​ແກ່​ວິ​ສາ​ຫະກິດ​, ກອງ​ທຶນ​ຄ້ຳປະກັນ​ສິນ​ເຊື່ອ​ຂອງ​ວິ​ສາ​ຫະກິດ​ຂະຫນາດ​ກາງ ​ແລະ ນ້ອຍຢ່າງ​ທັນທີ”.

ສ່ວນ​ທ່ານ Huynh Nghia ສສຊ ນະຄອນ ດາ​ຫນັງ ຍົກ​ຄຳ​ເຫັນ​ວ່າ:

                “ຄວນ​ມີ​ມາດ​ຕະການ​ແກ້​ໄຂ​ຢ່າງ​ແຂງ​ແຮງ​ເພື່ອ​ໃຫ້​ພື້ນຖານ​ເສດຖະກິດ​ພັດທະນາ. ຖ້າ​ສົມທົບ​ຢ່າງ​ກົມ​ກຽວ​ລະຫວ່າງ​ນະ​ໂຍບາຍ​ງົບ​ປະມານ ​ແລະ ນະ​ໂຍບາຍ​​ເງິນຕາ ຈະ​ຟື້ນ​ຟູ​ທ່າ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ​​ໂດ​ຍ​ໄວ​ໄດ້. ຂ້າພະ​ເຈົ້າ​ສະ​ເຫ​ນີວ່າ ລັດຖະບານ ຄວນ​ມີ​ມາດ​ຕະການ​ຢ່າງ​ແຂງ​ແຮງ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ​ແລະ ການ​ຟຸມ​ເຟືອຍ.”

ຂ່າວ/ບົດ​ອື່ນ