ກອງປະຊຸມສະໄໝສາມັນເທື່ອທີ2 ສະພາແຫ່ງຊາດຫວຽດນາມຊຸດທີ14 |
(vovworld)- ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການເຫຼື້ອມໃສ, ສາສະໜາໃນວາລະປຶກສາຫາລືທີ່ກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຫວຽດນາມຊຸດທີ 14, ຕອນບ່າຍວັນທີ 24/10, ມີ ສ.ສ.ຊ ຫຼາຍທ່ານໄດ້ຕີລາຄາວ່າ ຮ່າງກົດໝາຍໄດ້ມີຂໍ້ກຳນົດໃໝ່ຫຼາຍຂໍ້ທີ່ອຳນວຍຄວາມສະດວກ. ມີຫຼາຍການເຄື່ອນໄຫວ ເຫຼື້ອມໃສ, ສາສະໜາຖືກກຳນົດຢ່າງເຄັ່ງຄັດ, ຕ້ອງຈົດທະບຽນຂໍອະນຸຍາດ, ແຕ່ໃນປະຈຸບັນພຽງແຕ່ຕ້ອງແຈ້ງຕໍ່ເຈົ້າໜ້າທີ່ເທົ່ານັ້ນ. ທ່ານ ທິກແທງກວຽດ ສ.ສ.ຊ ແຂວງກວາງນິງ ມີຄຳເຫັນວ່າ :
“ ການສ້າງ ແລະ ປະກາດໃຊ້ກົດໝາຍແມ່ນຈຳເປັນ, ປະກອບສ່ວນຫັນບັນດາຂໍ້ກຳນົດຂອງລັດຖະທຳມະນູນປີ 2013 ເປັນລະບອບກົດໝາຍ, ປະກອບສວ່ນຮັບປະກັນສິດເສລີໃນການ ເຫຼື້ອມໃສ ແກ່ທຸກໆຄົນ, ພິເສດແມ່ນບັນດາຜູ້ເຊື່ອຖືສາສະໜາ ແລະ ເຫຼື້ອມໃສ. ຫຼາຍຂໍ້ກຳນົດກ່ຽວກັບກົນໄກຂໍ-ໃຫ້ເມື່ອກ່ອນນີ້ ໄດ້ຖືກທົດແທນໄປດ້ວຍຮູບແບບຈົດທະບຽນ ແລະ ປະກາດ. ກົດໝາຍກໍມີພາກສະເພາະ ກຳນົດລະອຽດກ່ຽວກັບສິດເສລີໃນການ ເຫຼື້ອມໃສທຸກໆຄົນ ແລະ ກຳນົດແຈ້ງໜ້າທີ່ຂອງລັດທີ່ມີຕໍ່ການເຄື່ອນໄຫວເຫຼື້ອມໃສ, ສາສະໜາ, ປະກອບສ່ວນໃຫ້ບັນດາອົງການສາສະໜາເຊື່ອມໂຍງເຂົ້າກັບສາກົນຢ່າງສະດວກສະບາຍກວ່າ ”