ທ່ານ Vladimir Groysman
|
(vovworld)- ວັນທີ 25/7, ສະພາແຫ່ງຊາດຢູແກຼນ ໄດ້ບົ່ງຕົວຜູ້ຮັກສາການ ຮອງນາຍົກລັດຖະມົນຕີ Vladimir Groysman ດຳລົງຕຳແໜ່ງ ຜູ້ຮັກສາການ ນາຍົກລັດຖະມົນຕີ ແທນໃຫ້ທ່ານ Arseny Yatsenyuk ຜູ້ທີ່ໄດ້ປະກາດລາອອກຈາກຕຳແໜ່ງກ່ອນນັ້ນ 1 ວັນ. ຕາມພະແນກການຂ່າວຂອງລັດຖະບານ ຢູແກຼນ, ທ່ານ Vladimir Groysman ຈະນຳພາລັດຖະບານຈົນກວ່າສະພາແຫ່ງຊາດຂອງປະເທດນີ້ ເລືອກຕັ້ງໄດ້ ຜູ້ຮັກສາການນາຍົກລັດຖະມົນຕີຄົນໃໝ່.
ໃນວັນດຽວກັນ, ທ່ານ ສະພາແຫ່ງຊາດຢູແກຼນ Turchinov ໃຫ້ຮູ້ວ່າ ໄດ້ຮັບໃບຄຳຮ້ອງຂໍ ລາອອກຈາກຕຳແໜ່ງຂອງທ່ານ Arseny Yatsenyuk ແລະ ປະຈຸບັນ ມີກຳມາທິການໜຶ່ງຂອງສະພາແຫ່ງຊາດຢູແກຼນພວມພິຈາລະນາ, ຫຼັງຈາກນັ້ນຈະນຳມາປຶກສາຫາລືຢູ່ທີ່ສະພາແຫ່ງຊາດ.