ສະພາແຫ່ງຊາດລີບີ ເຫັນດີເລືອກຕັ້ງປະທານາທິບໍດີໂດຍກົງ

ສະພາແຫ່ງຊາດລີບີ ເຫັນດີເລືອກຕັ້ງປະທານາທິບໍດີໂດຍກົງ - ảnh 1
(ພາບປະກອບ)

(vovworld) –  ວັນ​ທີ 12/08, ສະພາ​ແຫ່ງ​ຊາດ​ໃໝ່​ຂອງ​ລີ​ບີ ບັນລຸ​ໄດ້​ຄວາມ​ເຫັນ​ດີ​ກ່ຽວ​ກັບ​ຮູບ​ແບບ​ເລືອກ​ຕັ້ງ​ປະທານາທິບໍດີ​ຕາມ​ວິທີ​ປ່ອນ​ບັດ ​ແລະ ນັບ​ບັດ. ທ່ານ Fatthallah Saiti, ​ໃຫ້​ຮູ້​ວ່າ ​ສະມາຊິກ​ສະພາ​ຕຳສ່ວນ​ຫຼາຍ​ໄດ້​ສະໜັບສະໜູນ​ວິທີ​ເລືອກ​ຕັ້ງ​ໂດ​ຍກົງ. ​ແຕ່​ວ່າ, ຈຸດ​ເວລາ​ເລືອກ​ຕັ້ງ​ຍັງ​ບໍ່​ທັນ​ໄດ້​ກຳນົດ​ຈົນ​ກວ່າ​ເວລາອົງການ​ນິຕິບັນຍັດ​ນີ້​ປຶກສາ​ຫາລື​ກ່ຽວ​ກັບ​ລະ​ດັບ​ຄວາມ​ມີ​ສະຖຽນ​ລະ​ພາບ​ໃນ​ວິ​ກິດ​ການ​ໃນ​ປະຈຸ​ບັນ.

        ຂໍ​ຕົກລົງ​ດັ່ງກ່າວ​ຖືກ​ຍົກ​ອອກ​ມາ​ໃນ​ສະພາບ​ບັນດາ​ນັກ​ສ້າງ​ກົດໝາຍ​ລີ​ບີ ຊອກ​ຫາ​ມາດ​ຕະການ​ແກ້​ໄຂ​ການຂັດ​ແຍ້​ງລະຫວ່າງ​ບັນດາ​ຝ່າຍ​ປະກອບ​ອາວຸດ ​ແນ​ໃສ່​ນຳ​ປະ​ເທດ​ກັບ​ຄືນ​ສູ່​ວິວັດທະນາ​ການ​ປະຊາທິປະ​ໄຕ. ການ​ປະ​ທະ​ກັນ​​​ເຄັ່ງ​ຕຶງທີ່​ແກ່ຍາວ​ກວ່າ 1 ​ເດືອນ​ຜ່ານ​ມາ​ລະຫວ່າງ 2 ກຸ່ມ​ປະກອບ​ອາວຸດ Zintan ​ແລະ Misrata ​ໄດ້​​ເຮັດ​ໃຫ້ນະຄອນຫຼວງ Tripoli ​ແລະ ນະຄອນ Benghazi ​ກາຍ​ເປັນ​ສະໜາມຮົບ, ​ເຮັດ​ໃຫ້ພົນລະ​ເມືອງ​ບັນດາ​ປະ​ເທດ​ຕ້ອງ​ຍົກຍ້າຍ​ຍ້ອນ​ວິຕົກ​ກັງວົນ​ກ່ຽວ​ກັບ​ຄວາມ​ປອດ​ໄພ.

ຂ່າວ/ບົດ​ອື່ນ