ສະພາແຫ່ງຊາດສືບຕໍ່ປຶກສາຫາລືກ່ຽວກັບສະພາບເສດຖະກິດ, ສັງຄົມ
ສະພາແຫ່ງຊາດປຶກສາຫາລືກ່ຽວກັບສະພາບເສດຖະກິດ, ສັງຄົມ
(ພາບ: VTV News)
(vovworld) – ຕອນເຊົ້າວັນທີ 31/10, ສະພາແຫ່ງຊາດສືບຕໍ່ຈັດກອງປະຊຸມຄົບຄະນະຢູ່ຫໍປະຊຸມ, ປຶກສາຫາລືກ່ຽວກັບສະພາບເສດຖະກິດສັງຄົມປີ 2014 ແລະ ໜ້າທີ່ປີ 2015. ໃນວາລະປຶກສາຫາລືຄັ້ງນີ້, ບັນດາສະມາຊິກສະພາແຫ່ງຊາດ ສະເໜີລັດຖະບານ ຕ້ອງຍົກອອກບັນດາມາດຕະການແກ້ໄຂຢ່າງຄົບຊຸດ ເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ; ຈຳກັດສະພາບໜີ້ສາທາລະນະ; ອະທິປາຍສາຍເຫດຍ້ອນຫຍັງສະມັດຕະພາບແຮງງານຕໍ່າ…
ຕາມບົດລາຍງານຂອງລັດຖະບານ, ໃນສະພາບເສດຖະກິດໂລກພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ສະພາບພັດທະນາເສດຖະກິດສັງຄົມຂອງຫວຽດນາມ ຍັງມີບັນດາຈຸດສະຫວ່າງສະໄຫວຢູ່. ທ່ານ ຫງວຽນດຶກກຽນ, ສະມາຊິກສະພາແຫ່ງຊາດແຂວງ ຊອກຈັງ ຖືວ່າ.
“ປີ 2014 ແມ່ນປີທຳອິດພວກເຮົາຄາດຄະເນ 14 ມາດຖານ, ພວກເຮົາບັນລຸໄດ້ 13 ມາດຖານ. ທີ 2 ແມ່ນຄວາມສາມາດປ່ອຍທຶນຈາກແຫຼ່ງທຶນໜູນຊ່ວຍພັດທະນາເປັນທາງການ ODA ແລະ ທຶນຈາກພັນທະບັດລັດຖະບານ, ເງິນລົງທຶນພາກລັດໄດ້ຮັບການຍົກສູງຂຶ້ນ. ທີ 3 ແມ່ນ, ພວກເຮົາໄດ້ຈຳໜ່າຍພັດທະບັດດ້ວຍຈຳນວນຫຼາຍເພື່ອຫັນໜີ້, ເຮັດໃຫ້ຫຼຸຸດຜ່ອນຄວາມກົດດັນຈາກການຊຳລະໜີ້ໃນຊຸມປີຕໍ່ໄປ. ທີ 4 ແມ່ນ, ໃນ 3 ປີຜ່ານມາ, ພວກເຮົາຮັບປະກັນໄດ້ຄ່າເງິນດົງ, ເຮັດໃຫ້ບັນດານັກລົງທຶນມີຄວາມເຊື່ອໝັ້ນກວ່າ ແລະ ຮັບປະກັນຕະຫຼາດເງິນຕາ”.
ສິ້ນສຸດການປຶກສາຫາລືກ່ຽວກັບສະພາບພັດທະນາເສດຖະກິດສັງຄົມເປັນເວລາ 1 ໝື້ເຄິ່ງ, ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໃຫ້ຮູ້ວ່າ, ປີ 2015 ແມ່ນປີສຸດທ້າຍຂອງແຜນການ 5 ປີ, ແມ່ນປີສ້າງຕັ້ງປະຊາຄົມເສດຖະກິດອາຊຽນ ແລະ ຫວຽດນາມ ເປັນສະມາຊິກທີ່ຕັ້ງໜ້າ. ສະພາແຫ່ງຊາດສະເໜີໃຫ້ລັດຖະບານກວດກາຄືນລະບົບມາດຖານ ແລະ ບັນດາກຸ່ມໜ້າທີ່ທີ່ໄດ້ວາງອອກຢ່າງລະອຽດກວ່າ, ຄາດຄະເນສະພາບການພາຍໃນປະເທດ ແລະ ພາກພື້ນ, ກຳນົດຈຸດໝາຍໃຫ້ເໝາະສົມ, ແທດຈິງໃນໄລຍະຈະມາເຖິງ.