ສະພາແຫ່ງຊາດຫວຽດນາມຍາມໃດກໍ່ສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດຕ່າງປະເທດມາລົງທຶນ
ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກວກຫຽນ
ພາບ:baotintuc
|
(vovworld)-ຕອນບ່າຍວັນທີ 9/3, ທີ່ການຕ້ອນຮັບຄະນະຜູ້ແທນສະພາວິສາຫະກິດ ອາເມລິກາ - ອາຊຽນ ໂດຍທ່ານ Michael Michalak, ອະດີດເອກອັກຄະລັດຖະທູດ ອາເມລິກາ ປະຈຳຫວຽດນາມ, ຮອງປະທານສະພາເປັນຫົວຫນ້າຄະນະພວມຢ້ຽມຢາມຫວຽດນາມ, ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກວກຫຽນ ໄດ້ຢືນຢັນວ່າ ສະພາແຫ່ງຊາດຫວຽດນາມຍາມໃດກໍ່ສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດຕ່າງປະເທດມາລົງທຶນ ແລະ ເປີດກວ້າງການດຳເນີນທຸລະກິດ, ການຜະລິດ. ທ່ານ ຟຸ່ງກວກຫຽນໃຫ້ຮູ້ວ່າ: ສະພາແຫ່ງຊາດຫວຽດນາມ ພວມສືບຕໍ່ສ້າງສຳເລັດລະບົບກົດໝາຍຕາມທິດເປີດເຜີຍ, ໂປ່ງໃສ. ທ່ານຮອງປະທານສະພາແຫ່ງຊາດ ສະເຫນີບັນດາວິສາຫະກິດ ອາເມລິກາ ເມື່ອມາລົງທຶນຢູ່ຫວຽດນາມ ຄວນເອົາໃຈໃສ່ກ່ຽວກັບບັນຫາປົກປັກຮັກສາສິ່ງແວດລ້ອມ, ຍົກສູງຄວາມຮັບຜິດຊອບສັງຄົມ, ເພີ່ມທະວີການຮ່ວມມືກັບຫວຽດນາມ ໃນການບຳລຸງສ້າງແຫລ່ງຊັບພະຍາກອນມະນຸດ, ຖ່າຍທອດເຕັກໂນໂລຊີ .. ມຸ່ງໄປເຖິງເປົ້າໝາຍພັດທະນາແບບຍືນຍົງ. ສ່ວນທ່ານ Michael Michalak ໃຫ້ຮູ້ວ່າ: ຈຸດປະສົງການຢ້ຽມຢາມຄັ້ງນີ້ແມ່ນປາດຖະຫນາຢາກຍູ້ແຮງການຮ່ວມມືກັບຫວຽດນາມ ໃນທຸກຂົງເຂດ.