ສະພາແຫ່ງຊາດຫວຽດນາມແລະຍີ່ປຸ່ນເພີ່ມທະວີການຮ່ວມມືໃນໄລຍະຈະມາເຖິງ
ທ່ານຫົວໜ້າຄະນະຈັດຕັ້ງສູນກາງ ໂຕຮູຍເຣື໋ອ ແລະ
ທ່ານຮອງປະທານສະພາສູງ Koshiishi Azuma
(ພາບ: TTXVN)
(vovworld) – ຕອນບ່າຍວັນທີ 15/12, ທ່ານຫົວໜ້າຄະນະຈັດຕັ້ງສູນກາງ ໂຕຮູຍເຣື໋ອ, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ - ຍີ່ປຸ່ນ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງສະພາສູງ ຍີ່ປຸ່ນ ໂດຍທ່ານຮອງປະທານສະພາສູງ Koshiishi Azuma ເປັນຫົວໜ້າຄະນະ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທ່ານປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ - ຍີ່ປຸ່ນ ໂຕຮູຍເຣື໋ອ ຕີລາຄາສູງການສະໜັບສະໜູນ, ການປະກອບສ່ວນອັນລ້ຳຄ່າຂອງສະພາແຫ່ງຊາດ, ບັນດາສະມາຊິກລັດຖະສະພາ ຍີ່ປຸ່ນ ເຂົ້າໃນການພັດທະນາສາຍພົວພັນຮ່ວມມືລະຫວ່າງ 2 ປະເທດ, ທ່ານ ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ - ຍີ່ປຸ່ນ ສະເໜີວ່າ: ໃນໄລຍະຈະມາເຖິງ 2 ສະພາແຫ່ງຊາດ ຄວນຍູ້ແຮງການຮ່ວມມືກ່ວາອີກ ເພື່ອແນໃສ່ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານໃຫ້ເລິກເຊິ່ງກ້ວາງຂວາງກ່ວາອີກ, ສືບຕໍ່ຮັກສາວຽກງານການແລກປ່ຽນຄະນະຜູ້ແທນທຸກຂັ້ນເປັນປະຈຳ; ຊຸກຍູ້ການພົບປະແລກປ່ຽນລະຫວ່າງ 2 ສະພາແຫ່ງຊາດ, ບັນດາກຸ່ມສະມາຊິກລັດຖະສະພາມິດຕະພາບ ແລະ ບັນດາສະມາຊິກສະພາແຫ່ງຊາດ ເພື່ອເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ວຽກງານວິຊາສະເພາະ.
ສ່ວນທ່ານຮອງປະທານສະພາສູງ Koshiishi Azuma ປາດຖະໜາວ່າ: ກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຈະສືບຕໍ່ເປັນຂົວຕໍ່ ເພື່ອໃຫ້ 2 ປະເທດນັບມື້ນັບມີຄວາມສະໜິດຕິດພັນ ແລະ ເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ.