ສະພາແຫ່ງຊາດຫວຽດນາມແລະຢູແກຼນປາດຖະໜາຢາກເພີ່ມທະວີການຮ່ວມມື

(VOVWORLD) -ວັນທີ 21 ຕຸລາ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳຢູແກຼນ ຫງວຽນແອັງຕ໊ວນ ໄດ້ມີການພົບປະ ແລະ ເຂົ້າຢ້ຽມຂ່ຳນັບທ່ານປະທານສະພາແຫ່ງຊາດຢູແກຼນ Dmytro Razumkov ເນື່ອງໃນໂອກາດທ່ານໄດ້ຮັບການເລືອກຕັ້ງເມື່ອເດືອນ ສິງຫາ ຜ່ານມາ.

ສະພາແຫ່ງຊາດຫວຽດນາມແລະຢູແກຼນປາດຖະໜາຢາກເພີ່ມທະວີການຮ່ວມມື - ảnh 1ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳຢູແກຼນ ຫງວຽນແອັງຕ໊ວນ ແລະ

ທ່ານປະທານສະພາແຫ່ງຊາດຢູແກຼນ Dmytro Razumkov 

(ພາບ: TTXVN)

ທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ຫງວຽນແອັງຕ໊ວນ ໄດ້ສົ່ງຈົດໝາຍອວຍພອນຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໃຫ້ປະທານສະພາແຫ່ງຊາດຢູແກຼນ. ໃນຈົດໝາຍທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະແດງຄວາມປາດຖະໜາຢາກໃຫ້ສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດຢູແກຼນ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນຂອບເຂດ 2 ຝ່າຍ ກໍຄືຫຼາຍຝ່າຍ, ປະກອບສ່ວນປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຮອບດ້ານລະຫວ່າງ 2 ປະເທດ, ເພື່ອສັນຕິພາບ ແລະ ວັດທະນາຖາວອນຢູ່ພາກພື້ນ ແລະ ໃນທົ່ວໂລກ.

        ສ່ວນທ່ານປະທານສະພາແຫ່ງຊາດ Dmytro Razumkov ໄດ້ຝາກຄຳຂອບໃຈເຖິງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ສະແດງຄວາມປາດຖະໜາຢາກມີໂອກາດມາຢ້ຽມຢາມຫວຽດນາມ ກໍຄືໄດ້ແລກປ່ຽນກັບສະພາແຫ່ງຊາດຫວຽດນາມ ກ່ຽວກັບວຽກງານນິຕິບັດຍັດ ແລະ ຕິດຕາມກວດກາ, ວຽກງານປ້ອງກັນ ຕ້ານການສໍ້ລາດບັງຫຼວງ.

ຕອບກັບ

ຂ່າວ/ບົດ​ອື່ນ