(vovworld) – ວັນທີ 14/12, ປະທານຄະນະກຳມະການປ້ອງກັນຄວາມສະຫງົບ ແລະ ສືບລາຊະການລັບ ອັງກິດ (ISC) Malcolm Rifkind ໃຫ້ຮູ້ວ່າ: ISC ຈະຮຽກຮ້ອງໃຫ້ຝ່າຍ ອາເມລິກາ ສະໜອງບັນດາຕອນຖືກລືບຕາມຂໍ້ສະເໜີຂອງວົງການສືບລາຊະການລັບ ອັງກິດໃນບົດລາຍການໂດຍຫຍໍ້ຂອງອົງການສືບລາຊະການລັບສູນກາງ ອາເມລິກາ (CIA) ກ່ຽວກັບເລື່ອງນຳໃຊ້ການທໍລະມານສຳລັບບັນດາຜູ້ຖືກສົງໄສແມ່ນພາກສ່ວນກໍ່ການຮ້າຍ, ເພື່ອກຳນົດວ່າຈະມີສ່ວນກ່ຽວຂ້ອງຂອງນັກສືບ ອັງກິດ ສຳລັບບັນດາມາດຕະການນີ້ ຫຼື ບໍ່? ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Malcolm Rifkind ໃຫ້ຄຳໝັ້ນສັນຍາ ISC ຈະສືບສວນຢ່າງປອດໄສ ແລະ ຈະສະເໜີ ອາເມລິກາ ສະໜອງບັນດາເອກະສານລັບໃຫ້ ອັງກິດ ເຊິ່ງຖືກລືບໃນບົດລາຍງານຂອງ CIA. ຖ້າຫາກພົບເຫັນບໍ່ວ່າພະຍານຫຼັກຖານລະເມີດໃດໆ, ISC ຈະຮຽກຕົວບັນດານັກການເມືອງພັກກຳມະກອນຄື ອະດີດນາຍົກລັດຖະມົນຕີ Tony Blair, ຜູ້ກຳອຳນາດໃນຈຸດເວລາທີ່ມີຄຳກ່າວຫາກ່ຽວກັບເລື່ອງຜູ້ຖືກສົງໄສແມ່ນພາກສ່ວນກໍ່ການຮ້າຍຖືກທໍລະມານຢ່າງໂຫດຮ້າຍສາມານ ມາເພື່ອອະພິປາຍ.