ສະພາແຫ່ງຊາດອີຣານສ້າງຕັ້ງຄະນະກຳມາທິການພິຈາລະນາຂໍ້ຕົກລົງນິວເຄຼຍ

ສະພາແຫ່ງຊາດອີຣານສ້າງຕັ້ງຄະນະກຳມາທິການພິຈາລະນາຂໍ້ຕົກລົງນິວເຄຼຍ - ảnh 1
ສະພາ​ແຫ່ງ​ຊາດ​ອີຣານ
(ພາບປະກອບ: AFP/TTXVN)


​​(vovworld) - ວັນ​ທີ 21/07, ສະພາ​ແຫ່ງ​ຊາດ​ອີຣານ ສ້າງ​ຕັ້ງ​ຄະນະ​ກຳມາທິການ​ພິ​ເສດ ລວມມີ 15 ສະມາຊິກ ​ເພື່ອ​ແນ​ໃສ່​ພິຈາລະນາ​ຂໍ້​ຕົກລົງ​ນິວ​ເຄຼຍ​ເຊິ່ງປ​ະ​ເທດ​ນີ້​ບັນລຸ​ໄດ້​ກັບ​ກຸ່ມ P5+1 (​ເຊິ່ງລວມມີ ອັງກິດ, ​ຝລັ່ງ, ອາ​ເມ​ລິ​ກາ, ລັດ​ເຊຍ, ຈີນ ​ແລະ ​ເຢຍລະ​ມັນ) ​ໃນສັບປະດາ​ກ່ອນ. ຕາມ​ລັດຖະທຳ​ມະນູນ​ອີຣານ​ແລ້ວ, ສະພາ​ແຫ່ງ​ຊາດມີ​ສິດ​ປະຕິ​ເສດ​ບໍ່​ວ່າ​ຂໍ້​ຕົກລົງ​ໃດໆ, ນັບ​ທັງ​ຂໍ້​ຕົກລົງ​ໂດຍ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ເຈລະຈາ. ​​ເຖິງ​ແນວ​ນັ້ນ​ກໍ​ຕາມ, ​ເລື່ອງບັນດາ​ນັກ​ສ້າງ​ກົດໝາຍ​​ປະຕິ​ເສດ​ຂໍ້​ຕົກລົງ​ນິວ​ເຄຼຍຍາກ​ທີ່​ຈະ​ເກີດ​ຂຶ້ນ ຍ້ອນ​ຂໍ້​ຕົກລົງ​ນີ້​ໄດ້​ຮັບ​ການ​ສະໜັບສະໜູນຈາກ​ການ​ນຳ​ທາງ​ຈິດ​​ໃຈ​ສູງ​ສຸດ​ອີຣານ Ayatollah Ali Khamenei. ປະຈຸ​ບັນ, ຍັງ​ບໍ່​ທັນ​ຮູ້​​ໄດ້ວ່າ ຄະນະ​ກຳມາທິການ​ດັ່ງກ່າວ​ຈະ​ຍົກ​ອອກ​ຄຳ​ຖະ​ແຫຼ​ງ​ເປັນ​ທາງ​ການ ​ຫຼື​ ດຳ​ເນີນ​ການ​ປ່ອນ​ບັດ​ພາຍຫຼັງ​ດຳ​ເນີນ​ການຕີ​ລາ​ຂໍ້​ຕົກລົງ.

ຂ່າວ/ບົດ​ອື່ນ