ສະພາແຫ່ງຊາດຮັບຟັງໃບຍື່ນສະເໜີຂອງປະທານປະເທດກ່ຽວກັບການໃຫ້ເຊົາດຳລົງຕຳແໜ່ງນາຍົກລັດຖະມົນຕີ

ສະພາແຫ່ງຊາດຮັບຟັງໃບຍື່ນສະເໜີຂອງປະທານປະເທດກ່ຽວກັບການໃຫ້ເຊົາດຳລົງຕຳແໜ່ງນາຍົກລັດຖະມົນຕີ - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍ​ກວາງ
(ພາບ​ປະ​ກອບ)


(vovworld) - ໂດຍ​ສືບ​ຕ​ໍ່​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 11 ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13. ຕອນ​ເຊົ້າ​ວັນ​ທີ 06/04 ສ​ະ​ພາ​ແຫ່ງ​ຊາດ​ໄດ້​ຮັບ​ຟັງ​ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍ​ກວາງ ​ອ່ານໃບ​ຍ​ື່ນ​ສ​ະ​ເໜີ​ໃຫ້​ເຊົາ​ດຳ​ລົງ​ຕ​ຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ. ຕາມ​ໃບ​​ຍື່ນສະ​ເໜີ, ທີ່ກອງ​ປະ​ຊຸມ​ຄັ້ງ​​ປະ​ຖົ​ມ​ມະ​ເລີກ ສະ​ພາ​ແຫ່ງ​ຊາດ​​ຊຸດ​ທີ 13, ທ່ານ ຫງວຽນ​ເຕີນ​ຢຸງ, ກຳ​ມະ​ການ​ກົມ​ການ​ເມືອງ​ຊຸ​ດ​ທີ 11, ໄດ້​ຮັບ​ຄວາມ​ໄວ້​ວາງ​ໄຈ​ຈາກສະ​ພາ​ແຫ່ງ​ຊາດ​ເລືອກ​ຕັ້ງ​ໃຫ້​ດຳ​ລົງ​ຕຳ​ແໜ່ງ​​ເປັນນາ​ຍົກ​ລັດ​ຖະ​ມົນ​ຕີ ສ​ສ.ຫວຽດ​ນາມ, ທ່ານ ຫງວຽນ​ເຕີ​ນ​ຢຸງ ຍາມ​ໃດ​ກໍ່​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ທີ່​ໄ​ດ້​ຮັບ​ມອບ​ໝາຍ. ປະ​ຈຸ​ບັນ​, ຍ້ອນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​​ສັບ​ຊ້ອນ​ວຽກ​ງານ​ບຸກ​ຄະ​ລາ​ກອນ​ຂັ້ນ​ສູງ​ຂອງ​ພັກ ແລະ ລັດ ພາຍ​ຫຼັງ​ກອງ​ປະ​ຊຸມ​ໃຫຍ່​ຜູ​້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ, ເພື່ອ​​ແນ​ໃສ່​ບູ​ລະ​ນະ ແລະ ປັບ​ປຸງ​ກົງ​ຈັກ​ລັດ​ ແລະ ວຽກ​ງານ​ພະ​ນັກ​ງານໃຫ້​​ຄົບ​ຊຸດ, ທ່ານ​ປະ​ທານ​ປະ​ເທດ​ຍ​ື່ນ​ສະ​ເ​ໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ພິ​ຈາ​ລະ​ນາ​ເຫັນ​ດີ​ໃຫ້​ເຊົາ​ດຳ​ລົງ​ຕຳ​ແໜ່ງ​​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສຳ​ລັບ​ທ່ານ ຫງວຽນ​ເຕີນ​ຢຸງ. ຕໍ່ຈາກນັ້ນ, ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ຢູ່​ຄະ​ນະ​ກ່ຽວ​ກັບ​ໃບ​ຍື່ນສະ​ເໜີ​ໃຫ້​ເຊົາ​ດຳ​ລົງ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ຂອງ​ທ່ານ​ປະ​ທານ​ປະ​ເທດ.

        ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໄດ້ລົງ​ຄະ​ແນນ​ສຽງ​ຮັບ​ຮອງ​ເ​ອົາ​ຮ່າງ​ກົດ​ໝາຍ​​ວ່າ​ດ້ວຍສຳ​​ຜັດ​ຂໍ້​ມູນ​ຂ່າວ​ສານ; ຮ່າງ​ກົດ​ໝາຍ​​ວ່າ​ດ້ວຍການ​ຢາ (ສະ​ບັບ​ປັບ​ປຸງ); ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ປັບ​ປຸງ, ເພີ່ມ​ເຕີ​ມ​ບາງ​ຂໍ້​ມາດ​ຕາ​ຂອງ​ກົດ​ໝາຍ​ວ່​າ​ດ້ວຍ​​ອາ​ກອນ​ມູນ​ຄ່າ​ເພີມ…

ຂ່າວ/ບົດ​ອື່ນ