(VOVWORLD) - ໃນຕອນບ່າຍຂອງວັນດຽວກັນ, ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍການດຳເນີນທຸລະກິດອະສັງຫາລິມະສັບ (ສະບັບປັບປຸງ).
ຕອນບ່າຍວັນທີ 23 ມິຖຸນາ, ສະພາແຫ່ງຊາດໄດ້ຮັບຮອງເອົາມະຕິກ່ຽວກັບການເອົາບັດໄວ້ວາງໃຈ, ປ່ອນບັດໄວ້ວາງໃຈສຳລັບຜູ້ດຳລົງຕຳແໜ່ງໂດຍສະພາແຫ່ງຊາດ, ສະພາ ປຊຊ ເລືອກຕັ້ງ ຫຼື ໃຫ້ສັດຕະຍາບັນ. ວາລະປະຊຸມດຳເນີນໃນຂອບເຂດກອງປະຊຸມສະໄໝສາມັນເມື່ອທີ 5 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV. ມະຕິສະແດງລັກສະນະສະເໝີຕົ້ນສະເໝີປາຍ ແລະ ຄົບຖ້ວນ ກ່ຽວກັບການນຳໃຊ້ໝາກຜົນ ເອົາບັດໄວ້ວາງໃຈ ຕໍ່ຄວາມຮຽກຮ້ອງເພີ່ມທະວີການກໍ່ສ້າງ, ປັບປຸງພັກ.
ໃນຕອນບ່າຍຂອງວັນດຽວກັນ, ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍການດຳເນີນທຸລະກິດອະສັງຫາລິມະສັບ (ສະບັບປັບປຸງ). ກ່ອນໜ້ານັ້ນ, ໃນຕອນເຊົ້າຂອງວັນທີ 23 ມິຖຸນາ, ສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍວ່າດ້ວຍການປະມູນ (ສະບັບປັບປຸງ).