ສະພາແຫ່ງຊາດຮັບຮອງເອົາມະຕິກ່ຽວກັບໂຄງການສ້າງກົດໝາຍ,ລັດຖະບັນຍັດປີ 2016

ສະພາແຫ່ງຊາດຮັບຮອງເອົາມະຕິກ່ຽວກັບໂຄງການສ້າງກົດໝາຍ,ລັດຖະບັນຍັດປີ 2016 - ảnh 1
(ສະພາແຫ່ງຊາດເຮັດວຽກຢູ່ຫໍປະຊຸມ)

(vovworld) – ຕອນ​ເຊົ້າ​ວັນ​ທີ 9/6, ​ໃນ​ລາຍການ​ເຮັດ​ວຽກ​ຂອງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 9, ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ​ໄດ້​ລົງ​ມະຕິຮັບຮອງ​ເອົາມະຕິ ກ່ຽວ​ກັບ​ໂຄງການ​ສ້າງ​ກົດໝາຍ, ລັດຖະບັນຍັດ​ປີ 2016, ປັບ​ປຸງ​ໂຄງການ​ສ້າງ​ກົດໝາຍ, ລັດຖະບັນຍັດ​ຊຸດ​ທີ 13 ​ແລະ ປີ 2015. ຕາມ​ນັ້ນ​ແລ້ວ, ສະພາ​ແຫ່ງ​ຊາດ​ເຫັນ​ດີ​ເພີ່ມ​ເຕີ່​ມ​ເຂົ້າ​ໃນ​ໂຄງການ​ສ້າງ​ກົດໝາຍ, ລັດຖະບັນຍັດ​ປີ 2015 ມະຕິ​ສະບັບ​ປັບປຸງ, ​ເພີ່ມ​ເຕີ່​ມ ກ່ຽວ​ກັບ​ລະດັບ​ພາສີ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ; ມະຕິ​ສະບັບ​ປັບປຸງ, ​ເພີ່ມ​ເຕີ່​ມ ກ່ຽວ​ກັບ​ການ​ປະກາດ​​ໃຊ້​ລະດັບ​ພາສີ​ຊັບພະຍາກອນ; ກົດໝາຍ​ວ່າ​ດ້ວຍ​ພາສີ​​ສົ່ງ​ອອກ, ພາສີ​ນຳ​ເຂົ້າ (ສະບັບ​ປັບປຸງ); ກົດໝາຍ​ວ່າ​ດ້ວຍ​ການ​ແພດ (ສະບັບ​ປັບປຸງ). ສະພາ​ແຫ່ງ​ຊາດ​ຍັງ​ຈະ​ພິຈາລະນາ ​ແລະ ຮັບຮອງ​ເອົາ​ມະ​ຕິ ກ່ຽວ​ກັບ​ການ​ປະຕິບັດ​ນະ​ໂຍບາຍ​ຊົມ​ໃຊ້​ປະກັນ​ສັງຄົມ​ເທື່ອ​ດຽວ ສຳລັບ​ຜູ້​ອອກ​ແຮງ​ງານ​ພາຍຫຼັງ​ພັກ​ການໜຶ່ງ​ປີ ​ແລະ ລັດຖະບັນຍັດ ໃນ​ການ​ຄຸ້ມ​ຄອງ​ຕະຫຼາດ.

          ​ໃນ​ໂຄງການ​ສ້າງ​ກົດໝາຍ,​ ລັດຖະບັນຍັດ​ປີ 2016, ສະພາ​ແຫ່ງ​ຊາດ​ຈະ​ພິຈາລະນາ, ຮັບຮອງ​ເອົາ​ຮ່າງ​ກົດໝາຍ 6 ສະບັບ, ​ໃນ​ນັ້ນ​ມີ​ກົດໝາຍວ່າ​ກ້ວຍ​ການ​ສຳ​ພັດ​ກັບ​ຂໍ້​ມູນ​ຂ່າວ; ກົດໝາຍ​ວ່າ​ດ້ວຍ​ການ​ລົງ​ລາຍ​ເຊັນ, ​ເຂົ້າ​ຮ່ວມ ​ແລະ ປະຕິບັດ​ຂໍ້​ສັນຍາ​ສາກົນ (ສະບັບ​ປັບປຸງ); ກົດໝາຍ​ວ່າ​ດ້ວຍ​ການວາງ​​ແຜນ​ກຳນົດ; ກົດໝາຍ​ວ່າ​ດ້ວຍ​ສື່​ມວນ​ຊົນ (ສະບັບ​ປັບປຸງ). ສະພາ​ແຫ່ງ​ຊາດ​ກໍ​ຈະ​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ແຫ່​ຂະ​ບວນປະ​ທ້ວງ…

          ຕອນ​ເຊົ້າ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ປຶກສາ​ຫາລື​ຢູ່​ຫໍ​ປະຊຸມ ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ຕິດຕາມ​ກວດ​ກາ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ປະຊາຊົ​ນ.ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ເຫັນ​ດີ​ຕໍ່​ທັດສະນະ​ທີ່​ລະບຸ​ໄວ້​ໃນ​ຮ່າງ​ກົດໝາຍ​ນັ້ນ​ແມ່ນ, ພາຍຫຼັງ​ການ​ຕິດຕາມ​ກວດກາ, ​ຜູ້​ຕິດຕາມ​ກວດກາ ຕ້ອງ​ມີ​ຄຳ​ເຫັນ​ທາງ​ການ​ດ້ວຍ​ເອກະສານກ່ຽວ​ກັບການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາທັງ​ໝົດ. ຢາກ​ໃຫ້ການ​ຕິດຕາມ​ກວດກາ​ບັນລຸ​ປະສິດທິ​ຜົນ ​ແມ່ນ​ຕ້ອງ​ມີຂໍ້​ກຳນົດ​ພາຍຫຼັງ​ການ​ຕິດຕາມ​ກວດກາ. ທ່ານ​ນາງ ຫງວຽນ​ທິຄ໋າ, ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ​ຈ່າ​ວິ​ງ, ຖື​ວ່າ​: ຄວນ​ອະນຸຍາດ​ໃຫ້​ສື່​ມວນ​ຊົນ​ເຂົ້າ​ຮ່ວມ​ວຽກ​ງານ​ຕິດຕາມ​ກວດກາ.

ຂ້າພະ​ເຈົ້າ​ຕີ​ລາຄາ​ສູງ​ບົດບາດ​ຂອງ​ສື່​ມວນ​ຊົນ​ໃນ​ການ​​ເຂົ້າ​ຮ່ວມ​ການ​ຕິດຕາມ​ກວດກາ. ສື່​ມວນ​ຊົນ​ຈະ​ວິຈານ, ຕີ​ລາຄາ​ຜົນ​ການ​ເຮັດ​ວຽກ​ຂອງ​ຄະນະ​ຕິດຕາມ​ກວດກາ. ຖ້າ​ຫາກ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ສື່​ມວນ​ຊົນ, ຫາງ​ສຽງ​ຈະ​ແຜ່​ລາມ​ອອກ​ຢ່າງ​ກວ້າງຂວາງ​ກວ່າ, ​ເມື່ອ​ມີ​ຫຼາຍ​ຄົນຮູ້​ກວ່າ, ການ​ຕິດຕາມ​ກວດກາ​ຈະ​ມີ​ປະສິດທິ​ຜົນ​ກວ່າ“.

 

ຂ່າວ/ບົດ​ອື່ນ