ສະພາແຫ່ງຊາດເກັຼກຮັບຮອງເອົາກົດໝາຍໝາຍສະບັນທີ2ກ່ຽວກັບປະຕິຮູບມາດຕະການຮັດເຂັມຄັດ
ສະພາແຫ່ງຊາດເກັຼກ
(ພາບ:AFP/TTXVN)
(vovworld) - ຕອນເຊົ້າວັນທີ 23/7, ສະພາແຫ່ງຊາດເກັຼກ ໄດ້ຮັບຮອງເອົາກົດໝາຍສະບັບທີ 2 ກ່ຽວກັບການປະຕິຮູບບັນດາມາດຕະການຮັດເຂັມຄັດຕາມຄວາມຮຽກຮ້ອງຂອງບັນດາເຈົ້າໜີ້ສາກົນ ເພື່ອເປີດຊ່ອງທາງໃຫ້ການປ່ອຍບ້ວງເງິນກູ້ຊ່ວຍທີ 3 ທີ່ມີມູນຄ່າ 86 ຕື້ ເອີໂຣ (96 ຕື້ USD), ຮ່າງກົດໝາຍປະຕິຮູບທີ 2 ໄດ້ຮັບການຮັບຮອງເອົາ ຈາກສະມາຊິກລັດຖະສະພາ 200 ຄົນທີ່ສະໜັບສະໜູນໃນສະພາແຫ່ງຊາດເກັຼກ ລວມມີ ສະມາຊິກ 300 ຄົນ. ຮ່າງກົດໝາຍໃໝ່ຄັ້ງນີ້ລວມມີບັນດາການປະຕິຮູບ ກ່ຽວກັບລະບົບຕຸລາການພົນລະເຮືອນ, ສານ ເຊິ່ງໄດ້ຮັບການຕີລາຄາວ່າແມ່ນກໍຄວາມຖຽງກັນໜ້ອຍສຸດ ເມື່ອທຽບໃສ່ກົດໝາຍປະຕິຮູບເຊິ່ງລວມມີບັນດາມາດຕະການເຄັ່ງຄັດ ເຊິ່ງໄດ້ຮັບຮອງເອົາໃນວັນທີ 16/7.
ກ່ອນໜ້ານັ້ນ, ທະນາຄານສູນກາງເອີລົບ (ECB) ໄດ້ສືບຕໍ່ສະໜອງບ້ວງເງິນສິນເຊື່ອ ຕື່ມອີກ ເພື່ອໜູນຊ່ວຍໃຫ້ການຊຳລະໜີ້ຢ່າງຮີບດ່ວນ (ELA) ໃຫ້ບັນດາທະນາຄານເກັຼກ, ລວມມູນຄ່າ 900 ລ້ານເອີໂຣ.