ທ່ານນາງຫງວຽນທິກິມເງິນ, ປະທານສະພາແຫ່ງຊາດ ອວຍພອນຮອງປະທານສະພາແຫ່ງຊາດໃຫມ່ 2 ທ່ານ
|
(vovworld)- ສະພາແຫ່ງຊາດໄດ້ເລືອກຕັ້ງຮອງປະທານສະພາແຫ່ງຊາດ 2 ທ່ານ ແລະ ກຳມະການຄະນະປະຈຳສະພາແຫ່ງຊາດ 7 ທ່ານ ຢ່າງເປັນທາງການ. 9 ທ່ານດັ່ງກ່າວລ້ວນແຕ່ແມ່ນກຳມະການສູນກາງພັກ. ຕາມກໝາກຜົນການປ່ອນບັດທີ່ຫາກໍ່ໄດ້ປະກາດທີ່ວາລະປະຊຸມໃນຕອນເຊົ້າວັນທີ 5/4 ແລ້ວ, ພົນເອກ ໂດ໋ບາຕີ້, ເສນາທິການໃຫຍ່ ກອງທັບປະຊາຊົນຫວຽດນາມ, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ ແລະ ທ່ານ ຟຸ່ງກວກຫຽນ, ອະດີດຫົວຫນ້າກຳມາທິການການເງິນ ງົບປະມານ ຂອງສະພາແຫ່ງຊາດໄດ້ຮັບເລືອກຕັ້ງເປັນຮອງປະທານສະພາແຫ່ງຊາດ. ນອກນັ້ນ ກຳມະການຄະນະປະຈຳສະພາແຫ່ງຊາດຄົນໃຫມ່ 7 ທ່ານ, ນັ້ນແມ່ນ ພົນໂທ ຫວໍຈ້ອງກຽດ, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ, ທ່ານນາງ ເລທິງາ, ຮອງຫົວຫນ້າກຳມາທິການຍຸຕິທຳຂອງສະພາແຫ່ງຊາດ, ທ່ານ ຮ່າງອກຈຽນ, ຮອງປະທານສະພາຊົນເຜົ່າຂອງສະພາແຫ່ງຊາດ, ທ່ານນາງ ຫງວຽນແທງຫາຍ, ຮອງຫົວຫນ້າກຳມາທິການວັດທະນະທຳ, ການສຶກສາ, ຊາວຫນຸ່ມ ເຍົາວະຊົນ ແລະ ອະນຸຊົນ ຂອງສະພາແຫ່ງຊາດ. ເປັນອັນວ່າ ຄະນະປະຈຳສະພາແຫ່ງຊາດມີສະມາຊິກຄົບ 18 ທ່ານ.
ຕໍ່ຈາກນັ້ນ ສະພາແຫ່ງຊາດ ກໍໄດ້ຮັບຮອງເອົາບັນດາມະຕິຢັ້ງຢືນໝາກຜົນການເລືອກຕັ້ງຮອງປະທານສະພາແຫ່ງຊາດ ແລະ ກຳມະການຄະນະປະຈຳສະພາແຫ່ງຊາດ. ແລະກໍໃນຕອນເຊົ້າວັນດຽວກັນ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ລົງຄະແນນສຽງຮັບຮອງເອົາກົດໝາຍວ່າດ້ວຍສື່ມວນຊົນ (ສະບັບປັບປຸງ) ແລະ ກົດໝາຍວ່າດ້ວຍເດັກນ້ອຍ ດ້ວຍອັດຕາສ່ວນບັດເຫັນດີສູງ.